ຂ່າວເດັ່ນ

ກຸຍບາ ຟື້ນຟູການສະໜອງໄຟຟ້າພາຍຫຼັງເຫດຂາດໄຟຟ້າໃນທົ່ວປະເທດ

ກຸຍບາ ຟື້ນຟູການສະໜອງໄຟຟ້າພາຍຫຼັງເຫດຂາດໄຟຟ້າໃນທົ່ວປະເທດ

(VOVWORLD) - ລະບົບໄຟຟ້າໄດ້ເຊື່ອມຕໍ່ຄືນໃໝ່ຢູ່ເກືອບທັງໝົດປະເທດນີ້, ພຽງແຕ່ 2 ແຂວງທີ່ຍັງບໍ່ທັນໄດ້ເຊື່ອມຕໍ່.

ກຸຍບາ ໄດ້ຄ່ອຍເລີ່ມຟື້ນຟູການສະໜອງໄຟຟ້າຄືນໃໝ່
(ພາບປະກອບ: REUTERS/Norlys Perez)

        ວັນທີ 22 ມີນາ, ກຸຍບາ ໄດ້ຄ່ອຍເລີ່ມຟື້ນຟູການສະໜອງໄຟຟ້າຄືນໃໝ່ ພາຍຫຼັງເກີດການຂາດໄຟຟ້າໃນທົ່ວປະເທດເປັນຄັ້ງທີ 2 ໃນຮອບເວລາ 1 ອາທິດ. ບໍລິສັດໄຟຟ້ານະຄອນຫຼວງໃຫ້ຮູ້ວ່າ 2/3 ບໍລິເວັນໃນນະຄອນຫຼວງ ລາຮາວານ ໄດ້ມີໄຟຟ້າໃຊ້ຄືນໃໝ່ໃນຕອນບ່າຍວັນທີ 22 ມີນາ, ພາຍຫຼັງທີ່ກະຊວງພະລັງງານ ລາຍງານການຂາດການເຊື່ອມຕໍ່ກັບລະບົບໄຟຟ້າແຫ່ງຊາດຢູ່ປະເທດເກືອບ 10 ລ້ານຄົນນີ້ເປັນເວລາ 1 ວັນ.

        ລະບົບໄຟຟ້າໄດ້ເຊື່ອມຕໍ່ຄືນໃໝ່ຢູ່ເກືອບທັງໝົດປະເທດນີ້, ພຽງແຕ່ 2 ແຂວງທີ່ຍັງບໍ່ທັນໄດ້ເຊື່ອມຕໍ່.

This site is protected by reCAPTCHA and the Google Privacy Policy and Terms of Service apply.