ຂ່າວເດັ່ນ

ກວ່າ 5,3 ຕື້ USD ລົງທຶນເຂົ້າເຂດອຸດສາຫະກຳ ນະຄອນ ໂຮ່ຈີມິນ

ກວ່າ 5,3 ຕື້ USD ລົງທຶນເຂົ້າເຂດອຸດສາຫະກຳ ນະຄອນ ໂຮ່ຈີມິນ

(VOVWORLD) - ບັນດາເຂດຜະລິດສົ່ງອອກ ແລະ ອຸດສາຫະກຳ ນະຄອນ ໂຮ່ຈີມິນ (HEPZA) ໄດ້ດຶງດູດກວ່າ 5,3 ຕື້ USD ຍອດເງິນລົງທຶນ, ເພີ່ມຂຶ້ນ 0,37% ເມື່ອທຽບໃສ່ປີ 2024

ເຂດຜະລິດສົ່ງອອກ ແລະ ອຸດສາຫະກຳ ນະຄອນ ໂຮ່ຈີມິນ ໄດ້ດຶງດູດກວ່າ 5,3 ຕື້ USD ຍອດເງິນລົງທຶນ
(ພາບ: TTXVN)

ປີ 2025, ບັນດາເຂດຜະລິດສົ່ງອອກ ແລະ ອຸດສາຫະກຳ ນະຄອນ ໂຮ່ຈີມິນ (HEPZA) ໄດ້ດຶງດູດກວ່າ 5,3 ຕື້ USD ຍອດເງິນລົງທຶນ, ເພີ່ມຂຶ້ນ 0,37% ເມື່ອທຽບໃສ່ປີ 2024 ແລະ ລື່ນ 17,5% ເມື່ອທຽບໃສ່ແຜນການທີ່ໄດ້ວາງອອກ. ກ່ຽວກັບການລົງທຶນຕ່າງປະເທດ (FDI), ທາງນະຄອນໄດ້ດຶງດູດຍອດເງິນລົງທຶນກວ່າ 3,39 ຕື້ USD; ໃນນັ້ນ, ອອກໃຫ້ໃໝ່ 210 ໂຄງການ ດ້ວຍທຶນຈົດທະບຽນ 1,93 ຕື້ USD.

ຢືນອັນດັບທີ 1 ໃນຈຳນວນບັນດາປະເທດ ແລະ ເຂດແຄ້ວນທີ່ມີຫຼາຍໂຄງການໃໝ່ໄດ້ຮັບອະນຸຍາດຢູ່ HEPZA ແມ່ນ ຮົ່ງກົງ (ຈີນ) ດ້ວຍ 66 ໂຄງການ, ມີຍອດເງິນລົງທຶນເກືອບ 392 ຕື້ USD; ຖັດຈາກນັ້ນແມ່ນ ຈີນ, ສິງກະໂປ ຕາມລຳດັບ. ບັນດາໂຄງການດຶງດູດນັກລົງທຶນຕ່າງປະເທດຫຼາຍທີ່ສຸດແມ່ນຂຶ້ນກັບຂົງເຂດກົນຈັກ, ຖັດມາແມ່ນຂະແໜງຢາງ - ປຼາດສະຕິກ, ເອເລັກໂຕນິກ… ກ່ຽວກັບການລົງທຶນຢູ່ພາຍໃນປະເທດ, ທາງນະຄອນໄດ້ດຶງດູດເງິນລົງທຶນປະມານ 1,9 ລ້ານ USD, ເພີ່ມຂຶ້ນ 16,9% ເມື່ອທຽບໃສ່ປີ 2024.

ໃນໄລຍະຈະມາເຖິງ, ຄາດວ່າ HEPZA ຈະກໍ່ສ້າງ ແລະ ຜັນຂະຫຍາຍບັນດາແຜນການເຂດອຸດສາຫະກຳ, ເຂດຜະລິດສົ່ງອອກ ແລະ ສ້າງໂຄງປະກອບບັນດາຂະແໜງອຸດສາຫະກຳຫຼັກແຫຼ່ງຄືນໃໝ່, ຕິດພັນກັບການພັດທະນາອຸດສາຫະກຳເຕັກໂນໂລຊີສູງ, ອັດສະລິຍະ ພາຍຫຼັງທີ່ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ອະນຸມັດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.