ຂ່າວເດັ່ນ

ກວ່າ 80 ປະ​ເທດ ສະ​ໜັບ​ສະ​ໜູນ​ການ​ສ້າງ​ແຜນ​ການ​ຢຸດ​ຕິ​ກາ​ນ​ນຳ​ໃຊ້​ເຊື້ອ​ເພີງຟອກ​ຊິວ​ຢູ່ COP30

ກວ່າ 80 ປະ​ເທດ ສະ​ໜັບ​ສະ​ໜູນ​ການ​ສ້າງ​ແຜນ​ການ​ຢຸດ​ຕິ​ກາ​ນ​ນຳ​ໃຊ້​ເຊື້ອ​ເພີງຟອກ​ຊິວ​ຢູ່ COP30

(VOVWORLD) - ວັນທີ 18 ພະຈິກ, ກວ່າ 80 ປະເທດໄດ້ສະໜັບສະໜູນຂໍ້ສະເໜີຂອງ ບຣາຊິນ ກ່ຽວກັບການເຈລະຈາ "ແຜນການ" ດຳເນີນການລົບລ້າງເຊື້ອເພີງຟອກຊິວ ຢູ່ກອງປະຊຸມຄັ້ງທີ 30 ບັນດາຝ່າຍເຂົ້າຮ່ວມກອບສົນທິສັນຍາຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP30) ເຊິ່ງພວມດຳເນີນຢູ່ນະຄອນ Belem (ບຣາຊິນ).

 ຈຳນວນປະເທດທີ່ຮຽກຮ້ອງໃຫ້ຍົກສູງຄວາມຄາດຫວັງເຈລະຈາ ແລະ ແກ້ໄຂສາຍເຫດຕົ້ນຕໍຂອງການປ່ຽນແປງຂອງດິນຟ້າອາກາດ ໄດ້ເພີ່ມຂຶ້ນຫຼາຍພໍສົມຄວນໃນຊຸມວັນຜ່ານມາ. ບັນຍາກາດຟົດຟື້ນດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນກອງປະຊຸມຖະແຫຼງຂ່າວທີ່ໄດ້ດຳເນີນໃນວັນດຽວກັນ, ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີທີ່ມາຈາກ ໂກລົມເບຍ, ແອັດສະປາຍ, ອັງກິດ, ເຄນຢາ, ເຢຍລະມັນ, ຊູແອັດ ແລະ ທັງ ນອກແວ, ເຊິ່ງເປັນປະເທດຜະລິດນ້ຳມັນອາຍແກັດໃຫຍ່.

        ທ່ານ Lula da Silva ປະທານາທິບໍດີ ບຣາຊິນ ໄດ້ຍົກອອກແນວຄວາມຄິດສ້າງແຜນການໃນວາລະໄຂກອງປະຊຸມ COP30 ແລະ ຖືນີ້ແມ່ນບຸລິມະສິດແຖວໜ້າໃນໂຄງການດຳເນີນງານຂອງກອງປະຊຸມ.


This site is protected by reCAPTCHA and the Google Privacy Policy and Terms of Service apply.