ຂ່າວເດັ່ນ

ກວາງ​ນິງ ຈັດຫຼາຍ​ເຫດ​ການ, ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ພາບ​ພົດ, ສົ່ງ​ເສີມ​ການ​ທ່ອງ​ທ່ຽວ

ກວາງ​ນິງ ຈັດຫຼາຍ​ເຫດ​ການ, ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ພາບ​ພົດ, ສົ່ງ​ເສີມ​ການ​ທ່ອງ​ທ່ຽວ

(VOVWORLD) - ໃນປີ 2025, ແຂວງ ກວາງນິງ ຈັດ 170 ລາຍການ, ເຫດການວັດທະນະທຳ, ກິລາ, ທ່ອງທ່ຽວ, ໃນນັ້ນ ມີ 24 ການເຄື່ອນໄຫວລະດັບຊາດ, ສາກົນ....

(ພາບ: VOV)

     ໃນປີ 2025, ແຂວງ ກວາງນິງ ຈັດ 170 ລາຍການ, ເຫດການວັດທະນະທຳ, ກິລາ, ທ່ອງທ່ຽວ, ໃນນັ້ນ ມີ 24 ການເຄື່ອນໄຫວລະດັບຊາດ, ສາກົນ ເພື່ອແນໃສ່ ສົ່ງເສີມການທ່ອງທ່ຽວ, ປະກອບສ່ວນປະຕິບັດສຳເລັດເປົ້າໝາຍດຶງດູດແຂກທ່ອງທ່ຽວ 20 ລ້ານເທື່ອຄົນ,  ໃນນັ້ນມີແຂກທ່ອງທ່ຽວສາກົນ 4.5 ລ້ານເທື່ອຄົນ ເພື່ອໃຫ້ການເຕີບໂຕ GRDP ທັງປີບັນລຸ 14%.

  ໃນໂອກາດຈຸດສຸມດຶງດູດແຂກທ່ອງທ່ຽວແຕ່ເດືອນ ເມສາ ຫາເດືອນກັນຍາ, ໃນບໍລິເວັນແຂວງຈະມີເຫດການໃຫ່ຍຈຳນວນໜຶ່ງ, ມີຂອບຂະໜາດສາກົນຈັດຂຶ້ນເປັນຄັ້ງທຳອິດ. ທ່ານ ຫງວຽນແທງຕຸ່ງ ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງ ກວາງນິງ ໃຫ້ຮູ້ວ່າ:

ດ້ວຍເງື່ອນໄຂທຳມະຊາດ, ທິວທັດທຳມະຊາດສວຍງາມ ແລະ ພື້ນຖານໂຄງລ່າງ, ບັນດາລະບອບລະບຽບການວັດທະນະທຳ, ກິລາຄົບຊຸດ, ທັນສະໄໝຄືໃນປະຈຸບັນ, ແຂວງຈັດບັນດາເຫດການວັດທະນະທຳ, ກິລາ, ລະດັບຊາດ, ສາກົນເພື່ອແນໃສ່ໂຄສະນາພາບພົດທ້ອງຖິ່ນ, ພ້ອມກັນນັ້ນແມ່ນບັນດາດາລາສາກົນໃນຂົງເຂດວັດທະນະທ ກິລາ ມາກວາງນິງ ກໍ່ໄດ້ປະກອບສ່ວນແຜ່ຂະຫຍາຍພາບພົດກ່ຽວກັບເຂດດິນແດນ, ຊາວ ກວາງນິງ ແລະ ພິເສດໃນການພັດທະນາການທ່ອງທ່ຽວ, ພັດທະນາເສດຖະກິດສັງຄົມຂອງແຂວງອີກດ້ວຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.