ຂ່າວເດັ່ນ

ກວາງ​ນິງ ໝູນ​ໃຊ້​ການ​ຄຸ້ມ​ຄອງ​ແຂກ​ທ່ອງ​ທ່ຽວ​ມາ​ທ່ຽວ​ອ່າວ ຮະ​ລອງ ດ້ວຍດີ​ຈີ​ຕອນ

ກວາງ​ນິງ ໝູນ​ໃຊ້​ການ​ຄຸ້ມ​ຄອງ​ແຂກ​ທ່ອງ​ທ່ຽວ​ມາ​ທ່ຽວ​ອ່າວ ຮະ​ລອງ ດ້ວຍດີ​ຈີ​ຕອນ

(VOVWORLD) - ນັບແຕ່ວັນທີ 10 ທັນວາ, ແຂວງ ກວາງນິງ ໄດ້ຮຽກຮ້ອງໃຫ້ບັນດາບໍລິສັດທ່ອງທ່ຽວ ແລະ ຂາຍປີ້ ເກັບກຳຂໍ້ມູນແຂກມາທ່ຽວອ່າວ ຮະລອງ ຢ່າງຄົບຖ້ວນ, ເພື່ອແນໃສ່ເພີ່ມທະວີການຄຸ້ມຄອງ ແລະ ຮັບໃຊ້ການຫັນເປັນດີຈີຕອນ.

ແຂກທ່ອງທ່ຽວຊຳລະ ໂດຍບໍ່ນຳໃຊ້ເງິນສົດ (ພາບ: quangninh.gov.vn) 

ຕາມຂໍ້ກຳນົດໃໝ່, ແຂກທ່ອງທ່ຽວ ຫວຽດນາມ ຕ້ອງແຈ້ງບັດປະຈຳຕົວ ຫຼື ເລກລະຫັດປະຈຳຕົວ; ແຂກທ່ອງທ່ຽວສາກົນສະໜອງຂໍ້ມູນກ່ຽວກັບໜັງສືຜ່ານແດນ ແລະ ສັນຊາດ. ເດັກນ້ອຍ ແລະ ຜູ້ທີ່ຍັງບໍ່ທັນມີໜັງສືຢ່າງຄົບຖ້ວນ ນຳໃຊ້ຂໍ້ມູນຂອງຜູ້ປົກຄອງ. ບັນດາຂໍ້ມູນຢັ້ງຢືນດັ່ງກ່າວ ຈະໄດ້ສະໜອງໃຫ້ແກ່ພະນັກງານຂາຍປີ້, ຜູ້ຄວບຄຸມຢູ່ທ່າກ່ຳປັ່ນທ່ອງທ່ຽວສາກົນ ຮະລອງ ແລະ ທ່າກ່ຳປັ່ນທ່ອງທ່ຽວສາກົນ ຕ່ວນເຈົາ.

        ຄະນະຄຸ້ມຄອງມໍລະດົກໂລກ ອ່າວຮະລອງ - ອຽນຕື໋ ໃຫ້ຮູ້ວ່າ ຂໍ້ມູນດັ່ງກ່າວຈະໄດ້ນຳໃຊ້ຖືກຕ້ອງຕາມຈຸດປະສົງ, ຮັບປະກັນຄວາມປອດໄພ ແລະ ສິດສ່ວນຕົວ. ວາງເປົ້າໝາຍຮອດວັນທີ 01 ມັງກອນ 2026 ສ້າງສຳເລັດຖານຂໍ້ມູນ ແລະ ໝູນໃຊ້ເຕັກໂນໂລຢີເຂົ້າໃນການຂາຍປີ້.

ພະນັກງານຂາຍປີ້ແນະນຳໃຫ້ແກ່ແຂກທ່ອງທ່ຽວ (ພາບ: VOV)

        ນັບແຕ່ເດືອນທັນວາ 2025, ແຂກທ່ອງທ່ຽວ ຈີນ ສາມາດ ສະແກນລະຫັດ QR ດ້ວຍແອັບຊຳລະທີ່ຄຸ້ນເຄີຍຢູ່ຫຼາຍຈຸດບໍລິການພາຍໃນແຂວງ.

        ທາງແຂວງ ກໍຍູ້ແຮງການສ້າງລະບົບນິເວດການທ່ອງທ່ຽວດີຈີຕອນ, ດ້ວຍແຜນທີ່ທາງອິນເຕີເນັດ, ຊ່ວຍໃຫ້ແຂກທ່ອງທ່ຽວສາມາດຄົ້ນຫາຂໍ້ມູນ, ຊີ້ທາງ, ຕີລາຄາການບໍລິການ ແລະ ຮັບຄຳແນະນຳຜ່ານແອັບ ຫຼື ລະຫັດ QR.

      

This site is protected by reCAPTCHA and the Google Privacy Policy and Terms of Service apply.