ຂ່າວເດັ່ນ

ກ໋ວາງນິງມຸ່ງໄປເຖິງການກາຍເປັນສູນການທ່ອງທ່ຽວເຊື່ອມຕໍ່ທົ່ວໂລກໃນປີ 2045

ກ໋ວາງນິງມຸ່ງໄປເຖິງການກາຍເປັນສູນການທ່ອງທ່ຽວເຊື່ອມຕໍ່ທົ່ວໂລກໃນປີ 2045

(VOVWORLD) - ກ໋ວາງນິງໄດ້ກຳນົດທິດກາຍເປັນສູນຈັດບັນດາເຫດການດົນຕີ, ຮູບເງົາ, ພົບປະແລກປ່ຽນວັດທະນະທຳ, ວັນບຸນສາກົນ, ສູນກອງປະຊຸມ, ງານຕະຫຼາດນັດ, ງານວາງສະແດງ.

ພາບປະກອບ: VOV

ກ໋ວາງນິງຈະພັດທະນາຕາມການກຳນົດທິດກາຍເປັນໜຶ່ງໃນບັນດາສູນການທ່ອງທ່ຽວພັດທະນາແຖວໜ້າປະເທດ, ສວມບົດບາດແມ່ນປະຕູເຂົ້າອອກເຊື່ອມຕໍ່ການທ່ອງທ່ຽວຂອງເຂດທົ່ງພຽງແມ່ນ້ຳແດງ ແລະ ທົ່ວປະເທດກັບ ພາກພື້ນ, ໂລກ ບົນພື້ນຖານການເຕີບໂຕສີຂຽວ ແລະ ເສດຖະກິດໝູນວຽນ. ນີ້ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນຢູ່ແຜນຮ່າງພັດທະນາການທ່ອງທ່ຽວຮອດປີ 2030, ວິໄສທັດຮອດປີ 2045 ດ້ວຍເປົ້າໝາຍນຳທ້ອງຖິ່ນກາຍເປັນສູນການທ່ອງທ່ຽວເຊື່ອມຕໍ່ພາກພື້ນ ແລະ ໂລກ, ສະຖານທີ່ນັດພົບແຖວໜ້າ ອາຊີ ດ້ວຍລະບົບນິເວດແຫ່ງການທ່ອງທ່ຽວລະດັບສູງ, ທັນສະໄໝ ແລະ ຍືນຍົງໂດຍຄະນະກຳມະການແຂວງ ກ໋ວາງນິງຮັບຮອງເອົາໃນວັນທີ 17 ເມສາ. ຕາມແຜນຮ່າງແລ້ວ, ກ໋ວາງນິງໄດ້ກຳນົດທິດກາຍເປັນສູນຈັດບັນດາເຫດການດົນຕີ, ຮູບເງົາ, ພົບປະແລກປ່ຽນວັດທະນະທຳ, ວັນບຸນສາກົນ, ສູນກອງປະຊຸມ, ງານຕະຫຼາດນັດ, ງານວາງສະແດງ, ພ້ອມທັງກາຍເປັນສະຖານທີ່ພັກຜ່ອນບຳລຸງ, honeymoon,  ເບິ່ງແຍງດູແລສຸຂະພາບ ແລະ ການທ່ອງທ່ຽວທາງດ້ານ ຈິດວິນຍານແຖວໜ້າພາກພື້ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.