ຂ່າວເດັ່ນ

ລ​າງວັນ​ທ່ອງ​ທ່ຽວ​ ຫວຽດ​ນາມ 2025: ເຊີດ​ຊູ 113 ວິ​ສາ​ຫະ​ກິດ, ຫົວ​ໜ່ວຍ

ລ​າງວັນ​ທ່ອງ​ທ່ຽວ​ ຫວຽດ​ນາມ 2025: ເຊີດ​ຊູ 113 ວິ​ສາ​ຫະ​ກິດ, ຫົວ​ໜ່ວຍ

(VOVWORLD) - ຕອນເຊົ້າວັນທີ 27 ກັນຍາ, ກົມແຫ່ງຊາດ ຫວຽດນາມ ສົມທົບກັບໜັງສືພິມວັດທະນະທຳ ໄດ້ຈັດພິທີມອບລາງວັນທ່ອງທ່ຽວ ຫວຽດນາມ ປີ 2025. ລາງວັນທ່ອງທ່ຽວ ຫວຽດນາມ ປີ 2025 ແມ່ນລາງວັນທີ່ມີອິດທິພົນຊື່ສຽງທີ່ສຸດຂອງຂະແໜງທ່ອງທ່ຽວ ຫວຽດນາມ.

(ພາບ: VGP)

    ຕາມຄະນະຈັດຕັ້ງ, ລາງວັນທ່ອງທ່ຽວ ຫວຽດນາມ ປີ 2025 ແມ່ນຄັ້ງທີ 20 ໄດ້ຈັດຂຶ້ນ. ຜ່ານລາງວັນປີນີ້, ຂະແໜງທ່ອງທ່ຽວ ໄດ້ປຸກລຸກຂະບວນການແຂ່ງຂັນກັນປ່ຽນແປງໃໝ່, ຍົກສູງຄຸນນະພາບການບໍລິການ, ຫັນຜະລິດຕະພັນເປັນຫຼາຍຮູບຫຼາຍແບບ, ເພີ່ມລັກສະນະເປັນມືອາຊີບຂອງບັນດາວິສາຫະກິດ, ຫົວໜ່ວຍທີ່ກ່ຽວຂ້ອງ, ສ້າງເຄື່ອງໝາຍທ່ອງທ່ຽວທ້ອງຖິ່ນ, ເຄື່ອງໝາຍແຫ່ງຊາດ, ເຄື່ອງໝາຍວິສາຫະກິດ ແລະ ເຄື່ອງວໝາຍຜະລິດຕະພັນເທື່ອລະກ້າວ. ນີ້ແມ່ນພື້ນຖານສຳຄັນ ເພື່ອໃຫ້ການທ່ອງທ່ຽວ ຫວຽດນາມ ພັດທະນາຢ່າງແຮງ, ກາຍເປັນຂະແໜງເສດຖະກິດປາຍແຫຼມຂອງປະເທດຊາດ.

    113 ວິສາຫະກິດ, ຫົວໜ່ວຍດີເດັ່ນໃນຂົງເຂດການທ່ອງທ່ຽວໄດ້ຮັບການເຊີດຊູທີ່ລາງວັນທ່ອງທ່ຽວ ຫວຽດນາມ ປີ 2025 ໄດ້ສ່ອງແສງໃຫ້ເຫັນຄວາມຮອບດ້ານໃນການພັດທະນາເປັນຫຼາຍຮູບຫຼາຍແບບຂອງຂະແໜງທ່ອງທ່ຽວ ຫວຽດນາມ, ຈາກການທ່ອງທ່ຽວ, ພັກເຊົ່າ, ຂົນສົ່ງ, ຮ້ານອາຫານ, ສະປາ, ຕະຫຼອດຮອດການບ່ຳລຸງສ້າງ, ສື່ສານ ແລະ ປະດິດສ້າງຜະລິດຕະພັນ…

ໃນ 8 ເດືອນຕົ້ນປີ 2025, ຂະແໜງທ່ອງທ່ຽວໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 14 ລ້ານເທື່ອຄົນ, ຮັບໃຊ້ແຂກພາຍໃນປະເທດ 106 ລ້ານເທື່ອຄົນ. ໃນປີ 2025, ຂະແໜງທ່ອງທ່ຽວສູ້ຊົນຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 25 ລ້ານເທື່ອຄົນ, ຮັບໃຊ້ແຂກພາຍໃນປະເທດ 150 ລ້ານເທື່ອຄົນ. ນຳ ຫວຽດນາມ ກາຍເປັນຈຸດນັດພົບທີ່ປອດໄພ, ເປັນມິດ, ດູດດື່ມໃຈອັນດັບໜຶ່ງໃນພາກພື້ນ ແລະ ໂລກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.