ຂ່າວເດັ່ນ

ລັ​ດ​ເຊຍ ແລະ ຢູ​ແກຼນ ກະ​ກຽມ​ເຊື່ອມ​ຕໍ່​ຄືນ​ການ​ເຈ​ລະ​ຈາ​​ແບບ​ເຊິ່ງ​ໜ້າ​ຢູ່ Istanbul

ລັ​ດ​ເຊຍ ແລະ ຢູ​ແກຼນ ກະ​ກຽມ​ເຊື່ອມ​ຕໍ່​ຄືນ​ການ​ເຈ​ລະ​ຈາ​​ແບບ​ເຊິ່ງ​ໜ້າ​ຢູ່ Istanbul

(VOVWORLD) - ວັນທີ 28 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ໃຫ້ຮູ້ວ່າ ຄາດວ່າ ບັນດາຄະນະເຈລະຈາ ລັດເຊຍ ແລະ ຢູແກຼນ ຈະດຳເນີນການເຈລະຈາແບບເຊິ່ງໜ້າຮອບທີ 2 ຢູ່ Istanbul, ຕວັກກີ ໃນວັນທີ 02 ມິຖຸນາ ເພື່ອແນໃສ່ຊອກຫາມາດຕະການສັນຕິພາບໃຫ້ແກ່ການປະທະກັນໃນປັດຈຸບັນ.

ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ  Sergey Lavrov (ພາບ: Reuters)

ທ່ານ Lavrov ເນັ້ນໜັກວ່າ ການເຈລະຈາໄດ້ຮັບການຟື້ນຟູດ້ວຍການໜູນຊ່ວຍຈາກ ອາເມລິກາ, ອາຣັບບີ ຊະອຸດິ ແລະ ຕວັກກີ.  ຕາມທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ແລ້ວ, ຝ່າຍ ລັດເຊຍ ໄດ້ກຽມພ້ອມສະເໜີບົດບັນທຶກຊ່ວຍຈຳ ໂດຍຊີ້ແຈ້ງຫຼັກໝັ້ນກ່ຽວກັບການແກ້ໄຂກົກປາຍສາຍເຫດຂອງການປະທະກັນຢ່າງຮອບດ້ານ ແລະ ປຶກສາຫາລືບັນດາເງື່ອນໄຂຢຸດຍິງ.

        ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ, ທ່ານ Vladimir Medinsky ກໍຢັ້ງຢືນວ່າ ບັນດາກຸ່ມເຈລະຈາພວມຕັ້ງໜ້າກະກຽມເອກະສານ ແລະ ກຽມພ້ອມປຶກສາຫາລືແຕ່ລະມາດຕາຂອງຂໍ້ຕົກລົງກ່ຽວກັບການຢຸດຍິງ. ຝ່າຍ ລັດເຊຍ ກໍສະເໜີວັນເວລາ ແລະ ສະຖານທີ່ລະອຽດເພື່ອແລກປ່ຽນບົດບັນທຶກຊ່ວຍຈຳ, ພ້ອມທັງສະແດງຄວາມປາດຖະໜາຢາກດຳເນີນການເຈລະຈາຢ່າງແທ້ຈິງໃນໄວໆນີ້.

ນັກຂ່າວ VOV ປະຈຳ ລັດເຊຍ

This site is protected by reCAPTCHA and the Google Privacy Policy and Terms of Service apply.