ຂ່າວເດັ່ນ

ລະ​ບົບ​ເຂົ້າ​ອອກ​ເມືອງ​ດີ​ຈີ​ຕອນ​ຂອງ EU ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ

ລະ​ບົບ​ເຂົ້າ​ອອກ​ເມືອງ​ດີ​ຈີ​ຕອນ​ຂອງ EU ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ

(VOVWORLD) - ການຜັນຂະຫຍາຍໂຄງການນີ້ມີຄວາມໝາຍແມ່ນນັບແຕ່ປັດຈຸບັນພົນລະເມືອງທີ່ບໍ່ຂຶ້ນກັບ EU ຕ້ອງຈົດທະບຽນຂໍ້ມູນຊີວະມິຕິ, ລວມມີ: ລາຍມື ແລະ ຖ່າຍຮູບເມື່ອເຂົ້າເມືອງຄັ້ງທຳອິດຢູ່ເຂດ Schengen.

ວັນທີ 12 ຕຸລາ, ບັນດາປະເທດສະມາຊິກ ສະຫະພາບເອີລົບ (EU) ເລີ່ມຜັນຂະຫຍາຍລະບົບເຂົ້າອອກເມືອງໃໝ່, ໄດ້ເອີ້ນວ່າລະບົບເຂົ້າອອກເມືອງ (EES) ຢູ່ບັນດາເຂດຊາຍແດນຢູ່ພາຍນອກຂອງເຂົາເຈົ້າ. ການຜັນຂະຫຍາຍໂຄງການນີ້ມີຄວາມໝາຍແມ່ນນັບແຕ່ປັດຈຸບັນພົນລະເມືອງທີ່ບໍ່ຂຶ້ນກັບ EU ຕ້ອງຈົດທະບຽນຂໍ້ມູນຊີວະມິຕິ, ລວມມີ: ລາຍມື ແລະ ຖ່າຍຮູບເມື່ອເຂົ້າເມືອງຄັ້ງທຳອິດຢູ່ເຂດ Schengen. ສຳລັບບັນດາການເດີນທາງຫຼັງຈາກນັ້ນ, ພຽງແຕ່ຢັງຢືນຊື່ແລະ ນາມສະກຸນທາງ ຊີວະມິຕິເທົ່ານັ້ນ. ບັນດາສະໜາມບິນໃຫຍ່ຄື: ອີຕາລີ, ລວມມີສະໜາມບິນ Fiumicino ແລະ Malpensa, ພ້ອມກັບທ່າກຳປັ່ນ Genoa ແລະ Civitavecchia ໄດ້ເລີ່ມນຳໃຊ້ລະບົບໃໝ່ນີ້ໃນວັນທີ 12 ຕຸລາ, ໃນຂະນະທີ່ເຢຍລະມັນເລີ່ມຜັນຂະຫຍາຍຢູ່ Stuttgart.

This site is protected by reCAPTCHA and the Google Privacy Policy and Terms of Service apply.