ຂ່າວເດັ່ນ

ລະ​ດັບຄວາມ​ໄວ​ໃນ​ການ​ປ່ອຍ​ເງິນ​ລົງ​ທຶນ​ພາກ​ລັດ​ເພີ່ມ​ຂຶ້ນ​ສູງ​ເມື່ອ​ທຽບ​ໃສ່​ກັບຫຼາຍ​ປີ​

ລະ​ດັບຄວາມ​ໄວ​ໃນ​ການ​ປ່ອຍ​ເງິນ​ລົງ​ທຶນ​ພາກ​ລັດ​ເພີ່ມ​ຂຶ້ນ​ສູງ​ເມື່ອ​ທຽບ​ໃສ່​ກັບຫຼາຍ​ປີ​

(VOVWORLD) - ເພື່ອບັນລຸໄດ້ເປົ້າໝາຍປ່ອຍ 100% ເງິນລົງທຶນພາກລັດໃນປີ 2025, ທ່ານຮອງລັດຖະມົນຕີກະຊວງການເງິນສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ຜັນຂະຫຍາຍບັນດາມາດຕະການຢ່ງາແຮງໃນບັນດາໂທລະເລກ, ມະຕິຂອງລັດຖະບານ, ນາຍົກລັດຖະມົນຕີ ທີ່ໄດ້ວາງອອກແຕ່ຕົ້ນປີມາຮອດປັດຈຸບັນ.

ໝາກຜົນຂອງການປ່ອຍເງິນລົງທຶນພາກລັດໃນ 8 ເດືອນປີນີ້ແມ່ນຕັ້ງໜ້າທີ່ສຸດ, ມີເງິນເກືອບ 410 ພັນຕື້ດົ່ງ ບັນລຸເກືອບ 50% ເມື່ອທຽບໃສ່ກັບແຜນການ ໂດຍນາຍົກລັດຖະມົນຕີມອບໝາຍ, ສູງກ່ວາເມື່ອທຽບໃສ່ກັບອັດຕາຄວາມໄວໃນການປ່ອຍເງິນລົງທຶນຂອງຊຸມປີກ່ອນ. ນີ້ແມ່ນຂໍ້ມູນໂດຍທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ສະໜອງ ຢູ່ການຖະແຫຼງຂ່າວລັດຖະບານ ປະຈຳເດືອນສິງຫາ, ທີ່ໄດ້ດຳເນີນໃນວັນທີ 6 ມິຖຸນາ ຢູ່ຮ່າໂນ້ຍ. ເພື່ອບັນລຸໄດ້ເປົ້າໝາຍປ່ອຍ 100% ເງິນລົງທຶນພາກລັດໃນປີ 2025, ທ່ານຮອງລັດຖະມົນຕີກະຊວງການເງິນສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ຜັນຂະຫຍາຍບັນດາມາດຕະການຢ່ງາແຮງໃນບັນດາໂທລະເລກ, ມະຕິຂອງລັດຖະບານ, ນາຍົກລັດຖະມົນຕີ ທີ່ໄດ້ວາງອອກແຕ່ຕົ້ນປີມາຮອດປັດຈຸບັນ. ທ່ານຮອງລັດຖະມົນຕີ ກະຊວງການເງິນ ກໍ່ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອນສຳຫຼວດກວດຄືນ, ຈັດແບ່ງຈຳນວນເງິນລົງທຶນທີ່ຍັງເຫຼືອ.

This site is protected by reCAPTCHA and the Google Privacy Policy and Terms of Service apply.