ຂ່າວເດັ່ນ

ລາງວັນ ຄະ​ນິດ​ສາດ Abel 2026 ເຊີດ​ຊູ​ການ​ປະ​ກອບ​ສ່ວນ​ແກ້​ໄຂ​ບັນ​ດາ​ສົມ​ມຸດ​ຖານ​ແຕ່​ດົນ​ນານ

ລາງວັນ ຄະ​ນິດ​ສາດ Abel 2026 ເຊີດ​ຊູ​ການ​ປະ​ກອບ​ສ່ວນ​ແກ້​ໄຂ​ບັນ​ດາ​ສົມ​ມຸດ​ຖານ​ແຕ່​ດົນ​ນານ

(VOVWORLD) - ວັນທີ 19 ມີນາ, ລາງວັນຄະນິດສາດ Abel 2026 ໄດ້ມອບໃຫ້ທ່ານ Gerd Faltings ນັກຄະນິດສາດຊາວເຢຍລະມັນ ຍ້ອນໄດ້ປະກອບສ່ວນພົ້ນເດັ່ນໃນຂົງເຂດເລຂາຄະນິດໃນທາງເລກຄະນິດ.

ສະຖາບັນດິດວິທະຍາສາດ ນອກແວ ໄດ້ຕີລາຄາທ່ານ Faltings ແມ່ນນັກຄະນິດສາດດີເດັ່ນ, ບັນດາແນວຄວາມຄິດ ແລະ ໝາກຜົນໃນການຄົ້ນຄ້ວາຂອງທ່ານໄດ້ເຮັດໃຫ້ຂົງເຂດຄະນິດສາດມີການປ່ຽນແປງໂດຍພື້ນຖານ ແລະ ແກ້ໄດ້ບັນດາສົມມຸດຖານທີ່ມີແຕ່ດົນນານ, ພ້ອມທັງສ້າງພື້ນຖານໃຫ້ແກ່ບັນດາທິດຄົ້ນຄ້ວາໃນຫຼາຍທົດສະສັດຕໍ່ໄປ. ທ່ານ Faltings ຈະໄດ້ຮັບລາງວັນຄະນິດສາດ Abel 2026ໃນພິທີມອບລາງວັນຢູ່ Oslo (ນອກແວ) ໃນວັນທີ 26 ພຶດສະພາ. ປີ 2025, ລາງວັນນີ້ໄດ້ມອບໃຫ້ທ່ານ Masaki Kashiwara ນັກຄະນິດສາດຊາວຍີ່ປຸ່ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.