ຂ່າວເດັ່ນ

ລາງວັນ​ທ່ອງ​ທ່ຽວ​​ແບບຍືນ​ຍົງ ອາ​ຊຽນ​ຄັ້ງ​ທີ 2

ລາງວັນ​ທ່ອງ​ທ່ຽວ​​ແບບຍືນ​ຍົງ ອາ​ຊຽນ​ຄັ້ງ​ທີ 2

(VOVWORLD) - ສິ່ງທີ່ໜ້າສົນໃຈແມ່ນແຕ່ລະປະເທດ ອາຊຽນຕາເວັນອອກສ່ຽງໃຕ້ຈະມີ 2 ລາງວັນ: ລາງວັນທີໜຶ່ງໃຫ້ແກ່ວິສາຫະກິດດຳເນີນທຸລະກິດການທ່ອງທ່ຽວເຂດຕົວເມືອງ, ໜຶ່ງລາງວັນອີກແມ່ນໃຫ້ແກ່ວິສາຫະກິດທີ່ດຳເນີນທຸລະກິດການທ່ອງທ່ຽວເຂດຊົນນະບົດ.

ບັນດາວິສາຫະກິດທີ່ຍາດໄດ້ລາງວັນສາມາດໂຄສະນາໃນ ເວັບໄຊ ຂອງ ອາຊຽນ (ພາບ:  aseantourism.travel) 

ລາງວັນທ່ອງທ່ຽວແບບຍືນຍົງ ອາຊຽນ (ASTA) ຄັ້ງທີ ສອງ (2020 - 2021) ດ້ວຍຫົວຂໍ້ວ່າ “ການທ່ອງທ່ຽວວັດທະນະທຳ ແລະ ມໍລະດົກ” ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດທີ່ຍາດໄດ້ລາງວັນສາມາດໂຄສະນາໃນ ເວັບໄຊ ຂອງ ອາຊຽນ ແລະ ເວັບໄຊ ທ່ອງທ່ຽວ  ຂອງບັນດາປະເທດ ອາຊຽນ.

        ສິ່ງທີ່ໜ້າສົນໃຈແມ່ນແຕ່ລະປະເທດ ອາຊຽນຕາເວັນອອກສ່ຽງໃຕ້ຈະມີ 2 ລາງວັນ: ລາງວັນທີໜຶ່ງໃຫ້ແກ່ວິສາຫະກິດດຳເນີນທຸລະກິດການທ່ອງທ່ຽວເຂດຕົວເມືອງ, ໜຶ່ງລາງວັນອີກແມ່ນໃຫ້ແກ່ວິສາຫະກິດທີ່ດຳເນີນທຸລະກິດການທ່ອງທ່ຽວເຂດຊົນນະບົດ, ເພື່ອແນໃສ່ຢັ້ງຢືນເຖິງການທ່ອງທ່ຽວເຂດຕົວເມືອງກໍ່ສາມາດພັດທະນາແບບຍືນຍົງຄືການທ່ອງທ່ຽວເຂດຊົນນະບົດ. ເວລາກຳນົດການສົ່ງເອກະສານເຂົ້າຮ່ວມການແຂ່ງຂັນແມ່ນວັນທີ 30 ຕຸລາ 2019. ໝາກຜົນຈະໄດ້ປະກາດໃນຕົ້ນເດືອນ ທັນວາ 2019 ແລະ ພິທີມອບລາງວັນຈະຖືກດຳເນີນໃນເດືອນ ມັງກອນ ປີ 2020 ໃນຂອບເຂດເວທີປາໄສການທ່ອງທ່ຽວ ອາຊຽນ (ATF) ຢູ່ ບຣູໄນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.