ຂ່າວເດັ່ນ

ລາຍ​ການ “ເຂດ​ຊາຍ​ແດນ - ຄຳ​ຄືນ​ບຸນເດືອນ​ເພັງ” ຫວຽດ​ນາມ - ລາວ ​ໄດ້​ຈັດ​ຂຶ້ນ​ຢ່າງ​ອົບ​ອຸ່ນ

ລາຍ​ການ “ເຂດ​ຊາຍ​ແດນ - ຄຳ​ຄືນ​ບຸນເດືອນ​ເພັງ” ຫວຽດ​ນາມ - ລາວ ​ໄດ້​ຈັດ​ຂຶ້ນ​ຢ່າງ​ອົບ​ອຸ່ນ

(VOVWORLD) - ລາຍການໂດຍກອງບັນຊາການທະຫານເຂດຊາຍແດນ ແຂວງກ໋ວາງຈິ ຈັດຂຶ້ນເພື່ອແນໃສ່ນຳມາເຊິ່ງວັນບຸນໄຫວ້ພະຈັນທີ່ຄົບຖ້ວນ, ອົບອຸ່ນໃຫ້ແກ່ເດັກນ້ອຍສອງປະເທດ.

ລາຍການ “ເຂດຊາຍແດນ - ຄຳຄືນບຸນເດືອນເພັງ” ຫວຽດນາມ - ລາວ ຄັ້ງທີ 4 (ພາບ: TTXVN)

ມີອະນຸຊົນເຍົາວະຊົນ, ປະມານ 1.150 ຄົນໃນບໍລິເວນຕາແສງ ເຮື່ອງເລິບ, ແຂວງກ໋ວາງຈິ (ຫວຽດນາມ) ແລະ ເຂດບ້ານ ລາໂກ່, ເມືອງເຊໂປນ (ແຂວງສະຫວັນນາເຂດ, ລາວ) ໄດ້ພ້ອມກັນເຂົ້າຮ່ວມລາຍການ “ເຂດຊາຍແດນ - ຄຳຄືນບຸນເດືອນເພັງ” ຫວຽດນາມ - ລາວ ຄັ້ງທີ 4 ໄດ້ດຳເນີນໃນຕ່ອນຄ່ຳວັນທີ 2 ຕຸລາ, ຢູ່ໂຮງຮຽນປະຖົມປະຖານ ແລະ ມັດທະຍົມຕອນຕົ້ນ ເຮືອງວຽດ (ຕາແສງ ເຮືອງເລິບ, ກ໋ວາງຈິ). ລາຍການໂດຍກອງບັນຊາການທະຫານເຂດຊາຍແດນ ແຂວງກ໋ວາງຈິ ຈັດຂຶ້ນເພື່ອແນໃສ່ນຳມາເຊິ່ງວັນບຸນໄຫວ້ພະຈັນທີ່ຄົບຖ້ວນ, ອົບອຸ່ນໃຫ້ແກ່ເດັກນ້ອຍສອງປະເທດ. ຢູ່ລາຍການ, ພວກນ້ອງນ້ອຍບໍ່ພຽງແຕ່ໄດ້ຮັບຂອງຂວັນເທົ່ານັ້ນ ຫາກຍັງໄດ້ເຂົ້າຮ່ວມການລະຫຼິ້ນພື້ນເມືອງຂອງສອງປະເທດອີກດ້ວຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.