ຂ່າວເດັ່ນ

ລາຍ​ການ​ສະ​ແດງ​ສິ​ລະ​ປະ “ນະ​ຄອນ ໂຮ່​ຈີ​ມິນ - ຄວາມ​ເຊື່ອ​ໝັ້ນ ແລະ ຄາດ​ຫວັງ”

ລາຍ​ການ​ສະ​ແດງ​ສິ​ລະ​ປະ “ນະ​ຄອນ ໂຮ່​ຈີ​ມິນ - ຄວາມ​ເຊື່ອ​ໝັ້ນ ແລະ ຄາດ​ຫວັງ”

(VOVWORLD) - ນີ້ບໍ່ພຽງແຕ່ແມ່ນລາຍການສະແດງສິລະປະເທົ່ານັ້ນ, ຫາກຍັງແມ່ນບົດເພງອະມະຕະທົບທວນຄືນໜ້າປະຫວັດສາດທີ່ສະຫງ່າອົງອາດຂອງປະເທດຊາດໃນໄລຍະທາງ 80 ປີຜ່ານມາ.

ລາຍການສະແດງສິລະປະ “ນະຄອນ ໂຮ່ຈີມິນ - ຄວາມເຊື່ອໝັ້ນ ແລະ ຄວາມຄາດຫວັງ" ໄດ້ດຳເນີນໃນຕອນຄ່ຳວັນທີ 29 ສິງຫາ

ລາຍການສະແດງສິລະປະ “ນະຄອນ ໂຮ່ຈີມິນ - ຄວາມເຊື່ອໝັ້ນ ແລະ ຄວາມຄາດຫວັງ" ໄດ້ດຳເນີນໃນຕອນຄ່ຳວັນທີ 29 ສິງຫາ ຢູ່ສູນວາງສະແດງຕະຫຼາດນັດແຫ່ງຊາດ, ທີ່ດົງແອັງ, ຮ່າໂນ້ຍ, ໂດຍຄະນະກໍາມະການປະຊາຊົນ ນະຄອນ ໂຮ່ຈີມິນ ຈັດຂຶ້ນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີ. 

       ນີ້ບໍ່ພຽງແຕ່ແມ່ນລາຍການສະແດງສິລະປະເທົ່ານັ້ນ, ຫາກຍັງແມ່ນບົດເພງອະມະຕະທົບທວນຄືນໜ້າປະຫວັດສາດທີ່ສະຫງ່າອົງອາດຂອງປະເທດຊາດໃນໄລຍະທາງ 80 ປີຜ່ານມາ. ທ່ານນາງ ຫງວຽນທິແທັງຖຸຍ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

        “ນະຄອນ ໂຮ່ຈີມິນ ໄດ້ສ່ອງແສງຮູບພາບຂອງນະຄອນວິລະຊົນ, ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ ແລະ ມີຄວາມປາດຖະໜາຢາກປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງທັງປະເທດ. ພວກຂ້າພະເຈົ້າໄດ້ສ້າງໂຄງປະກອບລາຍການຕາມທິດຫຼາຍຮູບແບບ ດ້ວຍຄວາມປາດຖະໜາເຊື່ອມຕໍ່ວັດທະນະທຳລະຫວ່າງບັນດາທ້ອງຖິ່ນ ແລະ ພິເສດແມ່ນນະຄອນທາງທິດໃຕ້ກັບປະຊາຊົນພາກເໜືອ.”

 


This site is protected by reCAPTCHA and the Google Privacy Policy and Terms of Service apply.