ຂ່າວເດັ່ນ

ລາຍ​ການ​ສາຍຟິມ​ຮູບ​ເງົາ​ພິ​ເສດ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ

ລາຍ​ການ​ສາຍຟິມ​ຮູບ​ເງົາ​ພິ​ເສດ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ

(VOVWORLD) - ຜ່ານບັນດາຜົນງານຮູບເງົາ, ຜູ້ຊົມຈະໄດ້ຫວນຄືນບັນດາໜ້າປະຫວັດສາດທີ່ອົງອາດກ້າຫານຂອງຊາດ, ຈາກນັ້ນຍົກສູງຄວາມຮັບຮູ້, ສະຕິຄວາມຮັບຜິດຊອບໃນພາລະກິດແຫ່ງການກໍ່ສ້າງ ແລະ ພັດທະນາປະເທດຊາດໃນປັດຈຸບັນ.

ລາຍການສາຍຟິມຮູບເງົາພິເສດເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (ພາບ: vienphim.org.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 - 30/4/2025) ແລະ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890 - 19/5/2025), ກະຊວງວັດນະທະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ຈັດສອງເຫດການຮູບເງົາທີ່ສຳຄັນໃນທົ່ວປະເທດ ແຕ່ວັນທີ 30 ເມສາ ຫາວັນທີ 20 ພຶດສະພາ. ໃນຄັ້ງນີ້, ຄະນະຈັດຕັ້ງຈະແນະນຳເຖິງມະຫາຊົນ ຮູບເງົາ 13 ເລື່ອງດີເດັ່ນ. ຜ່ານບັນດາຜົນງານຮູບເງົາ, ຜູ້ຊົມຈະໄດ້ຫວນຄືນບັນດາໜ້າປະຫວັດສາດທີ່ອົງອາດກ້າຫານຂອງຊາດ, ຈາກນັ້ນຍົກສູງຄວາມຮັບຮູ້, ສະຕິຄວາມຮັບຜິດຊອບໃນພາລະກິດແຫ່ງການກໍ່ສ້າງ ແລະ ພັດທະນາປະເທດຊາດໃນປັດຈຸບັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.