ຂ່າວເດັ່ນ

ລາຍ​ການ​ສິ​ລະ​ປະ “ຫວຽດ​ນາມ ໃນ​ໃຈ​ຂອງ​ຂ້ອຍ”

ລາຍ​ການ​ສິ​ລະ​ປະ “ຫວຽດ​ນາມ ໃນ​ໃຈ​ຂອງ​ຂ້ອຍ”

(VOVWORLD) - ລາຍການສິລະປະ “ຫວຽດນາມ ໃນໃຈຂ້ອຍ” ໄດ້ດຳເນີນໃນຕອນຄ່ຳວັນທີ 26 ສິງຫາ, ຢູ່ສູນງານວາງສະແດແຫ່ງຊາດ (ດົງແອັງ, ຮ່າໂນ້ຍ).

ການສະແດງສິລະປະໃນລາຍການ “ຫວຽດນາມ ໃນໃຈຂ້ອຍ” (ພາບ: qdnd.vn)

ລາຍການດັ່ງກ່າວໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຈັດຂຶ້ນ, ແມ່ນເຫດການສິລະປະຈຸດສຸມນອນໃນຫຼາຍກິດຈະກຳ “ໄລຍະທາງ 80 ປີແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ”.

        ລາຍການໄດ້ດຳເນີນດ້ວຍສິບລາຍການສະແດງທີ່ໄດ້ຮັບການລົງທຶນຢ່າງລະອຽດລະອໍ, ນຳພາຜູ້ຊົມຜ່ານ 3 ພາກ ລວມມີ: ຫວຽດນາມ ໃນໃຈຂອງຂ້ອຍ ແມ່ນຄຳກ່ອມແຫ່ງຄວາມຊົງຈຳ, ຫວຽດນາມ ໃນໃຈຂ້ອຍແມ່ນບັນດາການເດີນທາງ, ຫວຽດນາມ ໃນໃຈຂອງຂ້ອຍແມ່ນດິນແດນມະຫັດສະຈັນ.

      “ຂ້າພະເຈົ້າຊື່ວ່າ ຟ້າມກວັກຮຶງ, ແມ່ນຜູ້ອຳນວຍການປະດິດຄິດສ້າງຂອງ ລາຍການສິລະປະ ຫວຽດນາມ ໃນໃຈຂອງຂ້ອຍ. ດ້ວຍນ້ຳໃຈຮັກຊາດ, ພວກຂ້າພະເຈົ້າພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອອຸທິດສ່ວນ, ນຳມາເຊິ່ງການສຳຜັດທີ່ດີທີ່ສຸດໃຫ້ແກ່ຜູ້ຊົມ, ຄຸນຄ່າຂອງຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ”.

        “ນ້ອງຊື່ວ່າ ຫວູທິອຽນ ມາຈາກ ບາວີ່. ນ້ອງເຫັນວ່າ ລາຍການມື້ນີ້ຄັກຫຼາຍ, ນ້ອງຮູ້ສຶກເອກອ້າງທະນົງໃຈທີ່ເປັນຊາວ ຫວຽດນາມ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.