ຂ່າວເດັ່ນ

ລາຍການ​ສິ​ລະ​ປະ “ຍັງ​ຄົງ​ຕົວ​ຕາມ​ການ​ເວ​ລາ​ຕະຫຼອດ​ໄປ” ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ, ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ທະ​ຫານ​ເສຍ​ອົງ​ຄະ

ລາຍການ​ສິ​ລະ​ປະ “ຍັງ​ຄົງ​ຕົວ​ຕາມ​ການ​ເວ​ລາ​ຕະຫຼອດ​ໄປ” ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ, ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ທະ​ຫານ​ເສຍ​ອົງ​ຄະ

(VOVWORLD) - ບັນດາລາຍການສິລະປະ ທີ່ຈະສະແດງໃນລາຍການນີ້ ແມ່ນບັນດາບົດເພງກ່ຽວກັບຫົວຂໍ້ທະຫານເສຍອົງຄະ, ທະຫານເສຍສະຫຼະຊີວິດເພື່ອຊາດ, ບົດເພງກ່ຽວກັບບ້ານເກີດເມືອງນອນ, ປະເທດຊາດ, ໂດຍໄດ້ຮັບການສະແດງດ້ວຍບັນດານັກຮ້ອງ, ນັກສິລະປິນຂອງກອງສິລະປະ ທະຫານເຂດ I ແລະ ກອງສິລະປະຂອງແຂວງ ບັກນິງ ແລະ ນະຄອນ ຮ່າໂນ້ຍ ຈຳນວນໜຶ່ງ.

ທ່ານພັນເອກ ໂດະຝູເທາະ, ຜູ້ຮັບຜິດຊອບເປັນບັນນາທິການໃຫຍ່ໜັງສືພິມ ນັກຮົບເກົ່າ ຫວຽດນາມ (ພາບ: VOV)

ລາຍການສິລະປະ “ຍັງຄົງຕົວຕາມການເວລາຕະຫຼອດໄປ” ຈະຈັດຂຶ້ນໃນວັນທີ 26 ກໍລະກົດ ຢູ່ຮ່າໂນ້ຍ ເພື່ອແນໃສ່ສະແດງຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, “ຕອບບຸນແທນຄຸນ” ສຳລັບບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງບັນດານັກຮົບ, ທະຫານເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ ແລະ ເຈັບປ່ວຍໃນພາລະກິດຕໍ່ສູ້ຍາດເອົາເອກະລາດປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ບັນດາລາຍການສິລະປະ ທີ່ຈະສະແດງໃນລາຍການນີ້ ແມ່ນບັນດາບົດເພງກ່ຽວກັບຫົວຂໍ້ທະຫານເສຍອົງຄະ, ທະຫານເສຍສະຫຼະຊີວິດເພື່ອຊາດ, ບົດເພງກ່ຽວກັບບ້ານເກີດເມືອງນອນ, ປະເທດຊາດ, ໂດຍໄດ້ຮັບການສະແດງດ້ວຍບັນດານັກຮ້ອງ, ນັກສິລະປິນຂອງກອງສິລະປະ ທະຫານເຂດ I ແລະ ກອງສິລະປະຂອງແຂວງ ບັກນິງ ແລະ ນະຄອນ ຮ່າໂນ້ຍ ຈຳນວນໜຶ່ງ. ທ່ານພັນເອກ ໂດະຝູເທາະ, ຜູ້ຮັບຜິດຊອບເປັນບັນນາທິການໃຫຍ່ໜັງສືພິມ ນັກຮົບເກົ່າ ຫວຽດນາມ, ເຊິ່ງເປັນກົມກອງຈັດຕັ້ງເຫດການນີ້ ໃຫ້ຮູ້ວ່າ:

       “ກ່ອນທີ່ຈະດຳເນີນລາຍການນີ້, ພວກຂ້າພະເຈົ້າໄດ້ຈັດຕັ້ງການມອບຂອງຂວັນໃຫ້ບັນດາຄອບຄົວທະຫານເສຍສະຫຼະຊີວິດເພື່ອຊາດ ຢູ່ຮ່າໂນ້ຍ ແລະ ແຂວງ ຮຶງອຽນ, ໄດ້ມອບໃຫ້ທະຫານເສຍອົງຄະ ແລະ ທະຫານເຈັບປ່ວຍ. ນັບແຕ່ນີ້ຮອດມື້ສະແດງລາຍການນັ້ນ, ພວກຂ້າພະເຈົ້າຍັງສືບຕໍ່ວິວັດການສະແດງຄວາມຮູ້ບຸນຄຸນຕໍ່ຄອບຄົວຂອງບັນດາເປົ້າໝາຍດັ່ງກ່າວ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.