ຂ່າວເດັ່ນ

ລາຍການສະແດງສິລະປະ “ເອກອ້າງທະນົງໃຈທີ່ໄດ້ເປັນຄົນ ຫວຽດນາມ”

ລາຍການສະແດງສິລະປະ “ເອກອ້າງທະນົງໃຈທີ່ໄດ້ເປັນຄົນ ຫວຽດນາມ”

(VOVWORLD) - ລາຍການໄດ້ວາດພາບເຖິງບັນດາໜ້າປະຫວັດສາດຈາກຍຸກສະໄໝເຈົ້າຊີວິດ ຮຸ່ງ ສ້າງຕັ້ງປະເທດຊາດ, ບັນດາໄຊຊະນະຕ້ານສັດຕູເຂົ້າມາຮຸກຮານ ຕະຫຼອດຮອດເມື່ອແສງສະຫວ່າງຂອງການປະຕິວັດໄດ້ເຍື່ອງທາງໃຫ້ແກ່ຊາດ

(ທີ່ລາຍການສະແດງສິລະປະ)

ຕອນຄ່ຳວັນທີ 17 ສິງຫາ, ລາຍການສະແດງສິລະປະພິເສດ “ເອກອ້າງທະນົງໃຈທີ່ໄດ້ເປັນຄົນ ຫວຽດນາມ” ໄດ້ຈັດຂຶ້ນຢູ່ສະໜາມກິລາແຫ່ງຊາດ ມິ້ດິ່ງ, ຮ່າໂນ້ຍ. ລາຍການໄດ້ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ບັນລຸຜົນສຳເລັດ (19 ສິງຫາ 1945 – 19 ສິງຫາ 2025) ແລະ ວັນຊາດປະເທດ ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2025).

ລາຍການໄດ້ວາດພາບເຖິງບັນດາໜ້າປະຫວັດສາດຈາກຍຸກສະໄໝເຈົ້າຊີວິດ ຮຸ່ງ ສ້າງຕັ້ງປະເທດຊາດ, ບັນດາໄຊຊະນະຕ້ານສັດຕູເຂົ້າມາຮຸກຮານ ຕະຫຼອດຮອດເມື່ອແສງສະຫວ່າງຂອງການປະຕິວັດໄດ້ເຍື່ອງທາງໃຫ້ແກ່ຊາດ, ການກຳເນີດຂອງພັກກອມມູນິດ ຫວຽດນາມ ວັນທີ 03 ກຸມພາ 1930, ການປະຕິວັດເດືອນ ສິງຫາ, ປະທານ ໂຮ່ຈີມິນ ກ່າວຖະແຫຼງປະກາດເອກະລາດເມື່ອ ວັນທີ 02 ກັນຍາ 1945.

This site is protected by reCAPTCHA and the Google Privacy Policy and Terms of Service apply.