ຂ່າວເດັ່ນ

ລາຍການສະແດງສິລະປະ “ກຳແພງຫີນອະມະຕະ” ຕອບບຸນແທນຄຸນບັນດານັກວິລະຊົນ

ລາຍການສະແດງສິລະປະ “ກຳແພງຫີນອະມະຕະ” ຕອບບຸນແທນຄຸນບັນດານັກວິລະຊົນ

(VOVWORLD) - ດ້ວຍຫົວຂໍ້ “ຕອບບຸນແທນຄຸນບັນດານັກຮົບດ້ວຍສຽງດົນຕີ”, ລາຍການດັ່ງກ່າວໄດ້ຊ່ວຍໃຫ້ຜູ້ຊົມຫວນຄືນຄວາມຊົງຈຳທີ່ພິລະອາດຫານ, ແຕ່ກໍ່ເຕັມໄປດ້ວຍການເສຍສະຫຼະຊີວິດຂອງໄລຍະສົງຄາມ

ລາຍການສະແດງສິລະປະພິເສດ “ກຳແພງຫີນອະມະຕະ”
(ພາບ: TTXVN)

ລາຍການສະແດງສິລະປະພິເສດ “ກຳແພງຫີນອະມະຕະ” ໂດຍໂຮງລະຄອນສິລະປະຍຸກສະໄໝ ຫວຽດນາມ ຈັດຂຶ້ນໃນຕອນຄ່ຳວັນທີ 27 ກໍລະກົດ, ຢູ່ ຮ່າໂນ້ຍ. ນີ້ແມ່ນໜຶ່ງໃນບັນດາເຫດການສະເຫຼີມສະຫຼອງ 78 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2025).

ດ້ວຍຫົວຂໍ້ “ຕອບບຸນແທນຄຸນບັນດານັກຮົບດ້ວຍສຽງດົນຕີ”, ລາຍການດັ່ງກ່າວໄດ້ຊ່ວຍໃຫ້ຜູ້ຊົມຫວນຄືນຄວາມຊົງຈຳທີ່ພິລະອາດຫານ, ແຕ່ກໍ່ເຕັມໄປດ້ວຍການເສຍສະຫຼະຊີວິດຂອງໄລຍະສົງຄາມ, ເມື່ອມີປະຊາຊົນນັບລ້ານຄົນໄດ້ຕໍ່ສູ້ເພື່ອເອກະລາດ, ເສລີພາບຂອງຊາດ. ເຂົາເຈົ້າແມ່ນ “ກຳແພງຫີນອະມະຕະ”, ເປັນສັນຍາລັກຂອງກຳລັງແຮງ, ຈິດໃຈສາມັກຄີ ແລະ ເຈດຈຳນົງບໍ່ຍອມຈຳນົນຂອງຊາດ ຫວຽດນາມ. ລາຍການໄດ້ສະແດງໃຫ້ເຫັນນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ ແລະ ຄວາມຄາດຫວັງສັນຕິພາບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.