ຂ່າວເດັ່ນ

ລາວ​ຈັດ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດເປັນ​ເອ​ກະ​ພາບ​ຂອງ ຫວຽດ​ນາມ

ລາວ​ຈັດ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດເປັນ​ເອ​ກະ​ພາບ​ຂອງ ຫວຽດ​ນາມ

(VOVWORLD) - ງານວາງສະແດງມີພາບຖ່າຍ 120 ແຜ່ນເຊິ່ງສະແດງໃຫ້ເຫັນມູນເຊື້ອການພົວພັນຂອງສອງປະເທດ ແລະ ການພົວພັນຮ່ວມມືຢ່າງຮອບດ້ານ ລະຫວ່າງ ລາວ - ຫວຽດນາມ.

ລາວຈັດງານວາງສະແດງພາບຖ່າຍ ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບຂອງ ຫວຽດນາມ (ພາບ: VOV)

ຕອນບ່າຍວັນທີ 30 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນງານວາງສະແດງພາບຖ່າຍສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບຂອງ ຫວຽດນາມ (30/4/1975-30/4/2025). ເຫດການໂດຍກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ລາວ ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ລາວ ຈັດຂຶ້ນ.

ງານວາງສະແດງມີພາບຖ່າຍ 120 ແຜ່ນເຊິ່ງສະແດງໃຫ້ເຫັນມູນເຊື້ອການພົວພັນຂອງສອງປະເທດ ແລະ ການພົວພັນຮ່ວມມືຢ່າງຮອບດ້ານ ລະຫວ່າງ ລາວ - ຫວຽດນາມ. ງານວາງສະແດງໄດ້ປະກອບສ່ວນໂຄສະນາເຜີຍແຜ່ໃຫ້ແກ່ປະຊາຊົນ ລາວ ແລະ ເພື່ອນມິດສາກົນ ເຂົ້າໃຈກ່ວາກ່ຽວກັບຄວາມໝາຍປະຫວັດສາດຂອງບັ້ນບຸກໂຈມຕີທົ່ວປະເທດ ແລະ ລູກຮື້ຂຶ້ນ ລະດູບານໃໝ່ 1975, ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.