ຂ່າວເດັ່ນ

ລາວ​ກາຍ ຕ້ອງ​ການ​ນັກ​ລົງ​ທຶນ​ຍຸດ​ທະ​ສາດ​ໃຫ້​ແກ່​ໂຄງ​ການ​ທ່າ​ອາ​ກາດສະ​ຍານ ຊາ​ປາ

ລາວ​ກາຍ ຕ້ອງ​ການ​ນັກ​ລົງ​ທຶນ​ຍຸດ​ທະ​ສາດ​ໃຫ້​ແກ່​ໂຄງ​ການ​ທ່າ​ອາ​ກາດສະ​ຍານ ຊາ​ປາ

(VOVWORLD) - ດ້ວຍເປົ້າໝາາຍຍຸດທະສາດກາຍເປັນສົ້ນເຕີບໂຕ ແລະ ສູນເຊື່ອມຕໍ່ແລກປ່ຽນການຄ້າລະຫວ່າງ ຫວຽດນາມ, ອາຊຽນ ກັບເຂດທາງທິດຕາເວັນຕົກສ່ຽງໃຕ້ ຈີນ, ແຂວງ ລາວກາຍ ພວມສຸມແຫຼ່ງກຳລັງໃຫ້ຫຼາຍໂຄງການພື້ນຖານໂຄງລ່າງທີ່ມີລັກສະນະບຸກທະລຸ, ໃນນັ້ນ ມີທ່າອາກາດສະຍານ ຊາປາ.

ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນໃນການເຮັດວຽກ 

ໃນການເຮັດວຽກຂອງທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ກັບການນຳແຂວງ ລາວກາຍໃນວັນທີ 9 ພະຈິກ, ການນຳແຂວງ ລາວກາຍ ໃຫ້ຮູ້ວ່າ ດ້ວຍເປົ້າໝາາຍຍຸດທະສາດກາຍເປັນສົ້ນເຕີບໂຕ ແລະ ສູນເຊື່ອມຕໍ່ແລກປ່ຽນການຄ້າລະຫວ່າງ ຫວຽດນາມ, ອາຊຽນ ກັບເຂດທາງທິດຕາເວັນຕົກສ່ຽງໃຕ້ ຈີນ, ແຂວງ ລາວກາຍ ພວມສຸມແຫຼ່ງກຳລັງໃຫ້ຫຼາຍໂຄງການພື້ນຖານໂຄງລ່າງທີ່ມີລັກສະນະບຸກທະລຸ, ໃນນັ້ນ ມີທ່າອາກາດສະຍານ ຊາປາ. ຕາມນັ້ນແລ້ວ, ສະໜາມບິນບັນລຸມາດຕະຖານ 4C, ສາມາດຮັບໃຊ້ຜູ້ໂດຍສານ 1,5 ລ້ານເທື່ອຄົນຕໍ່ປີ ແລະ ສະໜາມບິນການທະຫານຂັ້ນ II.

ໃນການເຮັດວຽກ, ທ່ານ ເລແອັງຕວັນ ຮອງລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ໃຫ້ຂໍ້ສັງເກດວ່າ ການສ້າງທ່າອາກາດສະຍານ ຈະຊ່ວຍໃຫ້ແຂວງ ລາວກາຍ ພັດທະນາເສດຖະກິດ, ພິເສດແມ່ນການທ່ອງທ່ຽວ:

“ການບິນ ແລະ ການທ່ອງທ່ຽວແມ່ນສອງຂົງເຂດປາຍແຫຼມ. ຢາກດຶງດູດແຂກທ່ອງທ່ຽວຫຼູຫຼາສາກົນນັ້ນ ພວກເຮົາຕ້ອງພັດທະນາຂະແໜງການບິນ. ຫວັງຢ່າງຍິງວ່າ ທາງແຂວງ ຈະສືບຕໍ່ຄົ້ນຄວ້າ, ສະເໜີດັດປັບອັດຕາການໜູນຊ່ວຍງົບປະມານຂອງລັດ ແລະ ຊອກຫານັກລົງທຶນຍຸດທະສາດ”.


 

This site is protected by reCAPTCHA and the Google Privacy Policy and Terms of Service apply.