ຂ່າວເດັ່ນ

ລາວ - ລັດ​ເຊຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ

ລາວ - ລັດ​ເຊຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ

(VOVWORLD) - ສອງຝ່າຍໄດ້ເຫັນດີເປັນເອກະພາບ ເພີ່ມທະວີສາຍພົວພັນລະຫວ່າງສອງຝ່າຍໃນຫຼາຍຂົງເຂດ ເສດຖະກິດ - ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ການທະຫານ, ວິທະຍາສາດ - ເຕັກໂນໂລຢີ, ການທ່ອງທ່ຽວ... ພ້ອມດ້ວຍຫຼາຍຂົງເຂດອື່ນໆ ເຊິ່ງຕ່າງກໍມີຄວາມສົນໃຈ ແລະ ມີຜົນປະໂຫຍດ.

ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ທ່ານລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ (ພາບ: paxaxon)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນເຊົ້າວັນທີ 7 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ມີການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ເພື່ອສືບຕໍ່ປັບປຸງ ແລະ ຍົກສູງມູນເຊື້ອການຮ່ວມມືອັນດີງາມລະຫວ່າງ ລາວ ແລະ ສະຫະພັນລັດເຊຍ.

        ສອງຝ່າຍໄດ້ເຫັນດີເປັນເອກະພາບ ເພີ່ມທະວີສາຍພົວພັນລະຫວ່າງສອງຝ່າຍໃນຫຼາຍຂົງເຂດ ເສດຖະກິດ - ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ການທະຫານ, ວິທະຍາສາດ - ເຕັກໂນໂລຢີ, ການທ່ອງທ່ຽວ... ພ້ອມດ້ວຍຫຼາຍຂົງເຂດອື່ນໆ ເຊິ່ງຕ່າງກໍມີຄວາມສົນໃຈ ແລະ ມີຜົນປະໂຫຍດ.

        ສິ້ນສຸດການເຈລະຈາ, ສອງຝ່າຍໄດ້ລົງນາມໃນແຜນການປຶກສາຫາລື ລະຫວ່າງ ກະຊວງການຕ່າງປະເທດ ລາວ ກັບ ລັດເຊຍ.

        ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ກ່ອນທີ່ທ່ານເດີນທາງກັບຄືນເມືອປະເທດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.