ຂ່າວເດັ່ນ

ລາວ​ສົ່ງ​ໂທ​ລະ​ເລກອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 135 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ

ລາວ​ສົ່ງ​ໂທ​ລະ​ເລກອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 135 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ

(VOVWORLD) - ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວໄດ້ສົ່ງໂທລະເລກອວຍພອນໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.

ພາບປະກອບ: TTXVN

ເນື່ອງໃນໂອກາດສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890-19/5/2025), ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວໄດ້ສົ່ງໂທລະເລກອວຍພອນໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ສານອວຍພອນຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຍົກໃຫ້ເຫັນຢ່າງຈະແຈ້ງບັນດາໄຊຊະນະ ແລະ ຜົນສຳເລັດອັນຍິ່ງໃຫຍ່, ຮອບດ້ານຂອງການປະຕິວັດ ຫວຽດນາມ ແມ່ນໝາກຜົນຂອງການຊີ້ນຳນຳພາໂດຍກົງຂອງປະທານໂຮ່ຈີມິນ. ພາລະກິດແຫ່ງການປະຕິວັດຫວຽດນາມ ໃນຫຼາຍທົດສະວັດຜ່ານມາ ຢັ້ງຢືນໃຫ້ເຫັນການນຳພາທີ່ສະຫຼາດສ່ອງໃສ ແລະ ຖືກຕ້ອງຂອງພັກກອມມູນິດ ຫວຽດນາມ ກໍ່ຄືວິໄສທັດເບິ່ງກ້ວາງມອບໄກ ຂອງປະທານໂຮ່ຈີມິນກ່ຽວກັບວຽກງານກໍ່ສ້າງພັກ, ບໍລິຫານລັດ, ຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນປະເທດ ແລະ ສາກົນ, ກາຍເປັນແນວຄວາມຄິດ, ທິດສະດີທີ່ເໝາະສົມກັບການປະຕິວັດ ຫວຽດນາມ ມາຮອດປັດຈຸບັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.