ຂ່າວເດັ່ນ

ລາວຈັດຕັ້ງພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ

ລາວຈັດຕັ້ງພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 30 ສິງຫານີ້, ຢູ່ນະຄອນຫຼວງວຽງຈັນ, ພັກ ແລະ ລັດລາວ ໄດ້ຈັດພິທີໂຮມຊຸມນຸມມິດຕິງສະເຫລີມສະຫລອງວັນຊາດ ຫວຽດນາມ ຄົບຮອບ 80 ປີ

ພິທີໂຮມຊຸມນຸມມິດຕິງສະເຫລີມສະຫລອງວັນຊາດ ຫວຽດນາມ ຄົບຮອບ 80 ປີ ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ

       ເຂົ້າຮ່ວມມີບັນດາການນຳ ແລະ ອະດີດການນຳຂອງພັກ ແລະ ລັດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງມະຫາຊົນຂອງລາວ; ແລະ ພະນັກງານ, ພາລະກອນຂອງສະຖານທູດຫວຽດນາມ ປະຈຳລາວ.

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025), ທ່ານຮອງປະທານປະເທດລາວ ບຸນທອງ ຈິດມະນີ ໄດ້ຍົກໃຫ້ເຫັນຄວາມໝາຍປະຫວັດສາດຂອງການປະຕິວັດເດືອນສິງຫາປີ 1945 ທີ່ໄດ້ປະສົບຜົນສຳເລັດອັນໃຫຍ່ຫຼວງພາໄປເຖິງເຫດການ 2 ກັນຍາ 1945,  ແລະ ວັນທີ 30 ເມສາ 1975. ໄຊຊະນະປະຫວັດສາດທີ່ສຳຄັນຂອງຊາວຫວຽດນາມ; ຢືນຢັນວ່າໄຊຊະນະຂອງການປະຕິວັດຫວຽດນາມ ປີ 1945 ແລະ ໄຊຊະນະປີ 1975 ໄດ້ສ້າງໂອກາດອັນສະດວກໃຫ້ປະຊາຊົນລາວລຸກຂຶ້ນຍາດເອົາເອກະລາດໃນວັນທີ 12/10/1945 ແລະ ແມ່ນໂອກາດເພື່ອໃຫ້ປະຊາຊົນລາວຍຶດອຳນາດ ແລະ ສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2/12/1975.
      ສ່ວນທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິນເຕີມ ຢືນຢັນວ່າ: ທຸກໆໄຊຊະນະ ແລະ ຜົນສຳເລັດທີ່ປະຊາຊົນຫວຽດນາມ ບັນລຸໄດ້ໃນ 80 ປີຜ່ານມາ ແມ່ນຍ້ອນການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລ້ຳຄ່າຂອງເພື່ອນມິດສາກົນ, ພິເສດແມ່ນນ້ຳໃຈສາມັກຄີ, ຊ່ວຍເຫຼືອອັນໃຫຍ່ຫຼວງ, ຈິງໃຈ ແລະ ຮັກແພງຂອງພັກ, ລັດ ແລະ ປະຊາຊົນ ລາວ. ຈະບໍ່ມີໄຊຊະນະຫຼືຜົນສຳເລັດຂອງຫວຽດນາມ ແລະ ລາວ ຖ້າຫາກບໍ່ມີຄວາມສາມັກຄີ, ການເສຍສະຫລະ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງປະຊາຊົນສອງປະເທດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.