ຂ່າວເດັ່ນ

ລາວເປີດການບໍລິການອອກວີຊາເອເລັກໂຕນິກ (eVisa) ຢ່າງເປັນທາງການຢູ່ 2 ດ່ານ

ລາວເປີດການບໍລິການອອກວີຊາເອເລັກໂຕນິກ (eVisa) ຢ່າງເປັນທາງການຢູ່ 2 ດ່ານ

(VOVWORLD) -ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງໃຫ້ມີການພັດທະນາ ລະບົບອອກວີຊາເອເລັກໂຕນິກ (eVisa) ເພື່ອເປັນທາງເລືອກໃໝ່ໜຶ່ງອີກ ໃຫ້ແກ່ຄົນຕ່າງປະເທດ ໂດຍແນໃສ່ຊຸກຍູ້ສົ່ງເສີມການພົວພັນ ຮ່ວມມືໃນດ້ານຕ່າງໆ ກໍ່ຄືການໄປມາຫາສູ່ ລະຫວ່າງ ຄົນລາວ ແລະ ຄົນຕ່າງປະເທດ ໃຫ້ມີການຂະຫຍາຍຕົວຍິ່ງຂຶ້ນ.

 ພິທີເປີດການບໍລິການອອກວີຊາເອເລັກໂຕນິກ

ຕາມຂ່າວຈາກໜັງສີພິມວຽງຈັນທາຍ, ກະຊວງການຕ່າງປະເທດໂດຍສົມທົບກັບບັນດາ ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານໄດ້ຈັດພິທີເປີດການບໍລິການອອກວີຊາເອເລັກໂຕນິກ (eVisa) ຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 09/07/2019 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ. ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວວ່າ: ຫວ່າງມໍ່ໆມານີ້ ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງໃຫ້ມີການພັດທະນາ ລະບົບອອກວີຊາເອເລັກໂຕນິກ (eVisa) ເພື່ອເປັນທາງເລືອກໃໝ່ໜຶ່ງອີກ ໃຫ້ແກ່ຄົນຕ່າງປະເທດ ໂດຍແນໃສ່ຊຸກຍູ້ສົ່ງເສີມການພົວພັນ ຮ່ວມມືໃນດ້ານຕ່າງໆ ກໍ່ຄືການໄປມາຫາສູ່ ລະຫວ່າງ ຄົນລາວ ແລະ ຄົນຕ່າງປະເທດ ໃຫ້ມີການຂະຫຍາຍຕົວຍິ່ງຂຶ້ນ. ລະບົບດັ່ງກ່າວນີ້ຈະໄດ້ນຳໃຊ້ໄປຄຽງຄູ່ກັບລະບົບທີ່ປະຕິບັດ ຢູ່ໃນປະຈຸບັນ, ສໍາລັບລະບົບອອກວີຊາເອເລັກໂຕນິກ ໄດ້ອອກແບບມີລັກສະນະງ່າຍດາຍ, ບໍ່ສັບສົນ, ສາມາດເຂົ້າໃຈງ່າຍ, ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມປອດໄພ ສຳລັບຜູ້ຊົມໃຊ້, ຊຶ່ງທຸກຄົນສາມາດສະເໜີຂໍວີຊາເຂົ້າ ສປປ ລາວ ທາງອອນລາຍໄດ້ໃນທຸກເວລາ ແລະ ທຸກສະຖານທີ່ ທີ່ມີອິນເຕີແນັດ ແລະ ເປັນການປະຢັດຄ່າໃຊ້ຈ່າຍ ຖ້າທຽບໃສ່ການໄປຂໍ້ວິຊາຢູ່ບັນດາສະຖານທູດ, ສະຖານກົງສູນໃຫຍ່, ຫ້ອງການກົງສູນຂອງລາວທີ່ຢູ່ຕ່າງປະເທດ, ລວມທັງຂໍຢູ່ກັບດ່ານສາກົນຕ່າງໆ.

This site is protected by reCAPTCHA and the Google Privacy Policy and Terms of Service apply.