ຂ່າວເດັ່ນ

ລາວສະແດງລະຄອນເວທີເລື່ອງ “ຮ່ວມຂຸມຄອງດຽວກັນ”

ລາວສະແດງລະຄອນເວທີເລື່ອງ “ຮ່ວມຂຸມຄອງດຽວກັນ”

(VOVWORLD) - ຕອນຄ່ຳວັນທີ 14 ກໍລະກົດ, ຢູ່ຫໍວັດທະນະທຳແຫ່ງຊາດ, ທີ່ນະຄອນຫຼວງວຽງຈັນ, ປະເທດລາວ, ລະຄອນເວທີເລື່ອງ “ຮ່ວມຂຸມຄອງດຽວກັນ” ໄດ້ຖືກສະເໜີຕໍ່ຜູ້ຊົມ.

(ອ້າຍທະຫານລາວ ແລະ ຫວຽດນາມ)

ບົດລະຄອນໂດຍສະມາຄົມນັກສິລະປະລາວ, ກົມສະແດງສິລະປະ - ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ສ້າງຂຶ້ນ ເພື່ອຂ່ຳນັບຮັບຕ້ອນປີສາມັກຄີມິດຕະພາບຫວຽດນາມ - ລາວ 2017.

        ລະຄອນເວທີເລື່ອງ “ຮ່ວມຂຸມຄອງດຽວກັນ” ໄດ້ສ້າງມາຈາກເລື່ອງລາວ ທີ່ມີຈິງກ່ຽວກັບຮູບພາບບັນດາອ້າຍທະຫານອາສາສະໝັກຫວຽດນາມ ໄດ້ພ້ອມກັບບັນດາເພື່ອນສະຫາຍລາວ ຕໍ່ສູ້ ແລະ ເສຍສະຫຼະຊີວິດຢ່າງພິລະອາດຫານຢູ່ສະໜາມຮົບ ຊຽງຂວາງ, ທາງພາກເໜືອລາວ ເມື່ອປີ 1972. ທ່ານ ບົວເງິນ ຊາພູວົງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ, ແບ່ງປັນວ່າ.

(ທ່ານ ບົວເງິນ ຊາພູວົງ)

        ລະຄອນເວທີເລື່ອງ “ຮ່ວມຂຸມຄອງດຽວກັນ” ໂດຍນັກສິລະປິນ ຫົງນະຄອນ ທູມພາລາ , ກົມສະແດງສິລະປະ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ, ແຕ່ງບົດລະຄອນ ແລະ ເປັນຜູ້ກຳກັບການສະແດງ, ດ້ວຍຄວາມຍາວ 90 ນາທີ, ພ້ອມກັບການເຂົ້າຮ່ວມຂອງນັກສະແດງຫວຽດນາມ ແລະ ລາວ ກວ່າ 100 ຄົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.