ຂ່າວເດັ່ນ

ລັດ​ເຊຍ, ອາ​ເມ​ລິ​ກາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຈ​ລະ​ຈາ​ໂດຍ​ກົງ​ກັບ ຢູ​ແກຼນ

ລັດ​ເຊຍ, ອາ​ເມ​ລິ​ກາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຈ​ລະ​ຈາ​ໂດຍ​ກົງ​ກັບ ຢູ​ແກຼນ

(VOVWORLD) - “ການປຶກສາຫາລືໄດ້ຊ່ວຍຮັດແຄບຫຼັກໝັ້ນຂອງ ລັດເຊຍ ແລະ ອາເມລິກາ ບໍ່ພຽງແຕ່ກ່ຽວກັບບັນຫາ ຢູແກຼນ ເທົ່ານັ້ນ, ຫາກຍັງມີບາງບັນຫາສາກົນອື່ນ”.

ທ່ານປະທານາທິບໍດີ Vladimir Putin ຕ້ອນຮັບ ທ່ານ Steve Witkoff  (ພາບ: SPUTNIK)

ວັນທີ 25 ເມສາ, ທີ່ປຶກສາວັງ Kremlin ທ່ານ Yuri Ushakov ໄດ້ຕີລາຄາການພົບປະລະຫວ່າງທ່ານປະທານາທິບໍດີ Vladimir Putin ແລະ ທ່ານ Steve Witkoff ທູດພິເສດປະທານາທິບໍດີ ອາເມລິກາ ທີ່ໄດ້ດຳເນີນໃນວັນດຽວກັນ ແມ່ນເຕັມໄປດ້ວຍບັນຍາກາດທີ່ມີລັກສະນະສ້າງສັນ ແລະ ຊ່ວຍຮັດແຄບຄວາມບໍ່ລົງລອຍກັນລະຫວ່າງ ມົດສະກູ ແລະ ວໍຊິງຕັນ. ສິ່ງທີ່ໜ້າສົນໃຈ, ສອງຝ່າຍກໍປຶກສາຫາລືກ່ຽວກັບຄວາມສາມາດເຈລະຈາໂດຍກົງລະຫວ່າງ ລັດເຊຍ ແລະ ຢູແກຼນ.

        ໄປຄຽງຄູ່ກັນນັ້ນ, ເຈົ້າໜ້າທີ່ວັງ Kremlin ຢັ້ງຢືນວ່າ: “ການປຶກສາຫາລືໄດ້ຊ່ວຍຮັດແຄບຫຼັກໝັ້ນຂອງ ລັດເຊຍ ແລະ ອາເມລິກາ ບໍ່ພຽງແຕ່ກ່ຽວກັບບັນຫາ ຢູແກຼນ ເທົ່ານັ້ນ, ຫາກຍັງມີບາງບັນຫາສາກົນອື່ນ”.

        ກໍໃນວັນທີ 25 ເມສາ, ທ່ານປະທານາທິບໍດີ Trump ຖະແຫຼງວ່າ ທ່ານອາດຈະມີການພົບປະກັບຄູ່ຕຳແໜ່ງ ຢູແກຼນ Volodymyr Zelensky ໃນການຢ້ຽມຢາມ ອີຕາລີ ເພື່ອເຂົ້າຮ່ວມງານສົບສັນຕະປະປາ Francis.


This site is protected by reCAPTCHA and the Google Privacy Policy and Terms of Service apply.