ຂ່າວເດັ່ນ

ລັດ​ເຊຍ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໂຕ້​ຕອບ ເມື່ອ​ວົງ​ການນັກ​ການ​ທູດ ມົດ​ສະ​ກູ ຖືກ ອີ​ຢູ ຈຳ​ກັດ​ການ​ໄປ​ມາ

ລັດ​ເຊຍ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໂຕ້​ຕອບ ເມື່ອ​ວົງ​ການນັກ​ການ​ທູດ ມົດ​ສະ​ກູ ຖືກ ອີ​ຢູ ຈຳ​ກັດ​ການ​ໄປ​ມາ

(VOVWORLD) - ວັນທີ 7 ຕຸລາ, ລັດເຊຍ ໄດ້ຢັ້ງຢືນວ່າ ຈະມີປະຕິກິລິຍາເໝາະສົມ ຕໍ່ແຜນການຂອງ ສະຫະພາບເອີຣົບ (ອີຢູ) ແນໃສ່ຈຳກັດການເຄື່ອນຍ້າຍຂອງບັນດານັກການທູດ ລັດເຊຍ, ຕຳໜິຕິຕຽນ ເອີຣົບ “ພວມຟື້ນຟູທັກສະສ້າງບັນດາກຳແພງຂວາງກັນໃໝ່”.

ທ່ານ Dmitry Peskov ໂຄສົກວັງ Kremlin  (ພາບ: IRNA/TTXVN)

ປະຕິກິລິຍາຂອງ ມົດສະກູ ໄດ້ຍົກອອກມາພາຍຫຼັງທີ່ລັດຖະບານບັນດາປະເທດ ອີຢູ ເຫັນດີເພີ່ມທະວີຂໍ້ກຳນົດການໄປມາຂອງບັນດານັກການທູດ ລັດເຊຍ, ໃນສະພາບການເພີ່ມຄວາມວິຕົກກັງວົນກ່ຽວກັບການເຄື່ອນໄຫວສືບແນມ ແລະ ມ້າງທຳລາຍໂດຍ ລັດເຊຍ ອຸປະຖຳ.

        ຕາມແຜນການໃໝ່, ບັນດານັກການທູດ ລັດເຊຍ ຖືກແຕ່ງຕັ້ງໄປຍັງປະເທດສະມາຊິກ ອີຢູນັ້ນ ຈະຕ້ອງແຈ້ງໃຫ້ອຳນາດການປົກຄອງປະເທດອື່ນຮັບຊາດ, ກ່ອນທີ່ເຄື່ອນຍ້າຍອອກຈາກຊາຍແດນປະເທດປະຈຳຖິ່ນ. ຂໍ້ກຳນົດດັ່ງກ່າວອະນຸຍາດໃຫ້ບັນດາລັດຖະບານປະເທດສະມາຊິກ ມີສິດປະຕິເສດການອະຍຸຍາດໃຫ້ເຂົາເຈົ້າເຂົ້າເມືອງ. ມາດຕະການໂດຍ ສ.ເຊັກໂກ ລິເລີ່ມ, ນອນໃນບ້ວງລົງໂທດໃໝ່ຂອງ ບຣຸກແຊນ ແນໃສ່ໂຕ້ຕອບບັ້ນການທະຫານພິເສດຂອງ ລັດເຊຍ ເລັ່ງໃສ່ ຢູແກຼນ.


This site is protected by reCAPTCHA and the Google Privacy Policy and Terms of Service apply.