ຂ່າວເດັ່ນ

ລັດ​ເຊຍ ແລະ ອາ​ເມ​ລິ​ກາ ​ຈະ​ຈັດ​ບັນ​ດາ​ການ​ປຶກ​ສາ​ຫາ​ລື​ສະ​ເພາະ​ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ​ຂອງ ອີ​ຣານ

ລັດ​ເຊຍ ແລະ ອາ​ເມ​ລິ​ກາ ​ຈະ​ຈັດ​ບັນ​ດາ​ການ​ປຶກ​ສາ​ຫາ​ລື​ສະ​ເພາະ​ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ​ຂອງ ອີ​ຣານ

(VOVWORLD) - ລັດເຊຍ ມີຄວາມຫວັງວ່າບັນດາການປຶກສາຫາລືສະເພາະຈະດຳເນີນກ່ຽວກັບບັນຫາ ອີຣານ ແລະ ໄດ້ສະເໜີຈະຫັນຫົວຂໍ້ນີ້ກາຍເປັນການໂອ້ລົມສົນທະນາ ແລະ ປຶກສາຫາລືສະເພາະໃນບັນດາການເຈລະຈາລະຫວ່າງສອງປະເທດໃນອະນາຄົດ.

ຄາດວ່າລັດເຊຍ ແລະ ອາເມລິກາ ຈະຈັດບັນດາການປຶກສາຫາລືສະເພາະກ່ຽວກັບໂຄງການນິວເຄຼຍຂອງອີຣານ ໃນອະນາຄົດ. ນັ້ນແມ່ນແຈ້ງການຂອງທ່ານ Dmitry Peskov, ໂຄສົກວັງ Kremlin. ວັນທີ 5 ມີນາ, ກ່າວຄຳເຫັນຕໍ່ວົງການນັກຂ່າວ, ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ ທ່ານ Dmitry Peskov ໃຫ້ຮູ້ວ່າ ຫົວຂໍ້ ກ່ຽວກັບ ອີຣານໄດ້ນຳເຂົ້າໂຄງການດຳເນີນງານຂອງບັນດາການເຈລະຈາຫວ່າງແລ້ວນີ້ລະຫວ່າງ ລັດເຊຍ ແລະ ອາເມລິກາ ຢູ່ນະຄອນຫຼວງ Riyadh ຂອງ ອາຣັບບິ ຊາອຸດິ.

ທ່ານກໍ່ໃຫ້ຮູ້ວ່າ ລັດເຊຍ ມີຄວາມຫວັງວ່າບັນດາການປຶກສາຫາລືສະເພາະຈະດຳເນີນກ່ຽວກັບບັນຫາ ອີຣານ ແລະ ໄດ້ສະເໜີຈະຫັນຫົວຂໍ້ນີ້ກາຍເປັນການໂອ້ລົມສົນທະນາ ແລະ ປຶກສາຫາລືສະເພາະໃນບັນດາການເຈລະຈາລະຫວ່າງສອງປະເທດໃນອະນາຄົດ.

ຄຳເຫັນຂອງທ່ານ Dmitry Peskov ໄດ້ຍົກອອກມາພາຍຫຼັງ ມີຂ່າວທີ່ວ່າ ລັດເຊຍ ພ້ອມແລ້ວທີ່ຈະສວມບົດບາດເປັນກາງໄກ່ເກ່ຍ ໃນການເຈລະຈາລະຫວ່າງອີຣານ ແລະ ຝ່າຍຕາເວັນຕົກ ກ່ຽວກັບໂຄງການນິວເຄຼຍຂອງ ອີຣານ. ລັດເຊຍ ຖືວ່າ ບັນຫານິວເຄຼຍຂອງ ອີີຣານຕ້ອງໄດ້ຮັບການແກ້ໄຂຜ່ານບັນດາມາດຕະການດ້ານການເມືອງ ແລະ ການທູດສັນຕິພາບ. ລັດເຊຍ ເຊື່ອໝັ້ນວ່າມີຄວາມສາມາດບົ່ມຊ້ອນເພື່ອແກ້ໄຂບັນຫານີ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.