ຂ່າວເດັ່ນ

ລັດ​ເຊຍ ແລະ ອາ​ເມ​ລິ​ກາ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ສາ​ມາດ​ຟື້ນ​ຟູ​ຖ້ຽວ​ບິນ​ໂດຍ​ກົງ​ຄືນ​ໃໝ່

ລັດ​ເຊຍ ແລະ ອາ​ເມ​ລິ​ກາ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ສາ​ມາດ​ຟື້ນ​ຟູ​ຖ້ຽວ​ບິນ​ໂດຍ​ກົງ​ຄືນ​ໃໝ່

(VOVWORLD) - ວັນທີ 18 ມິຖຸນາ, ບັນດາຜູ້ແທນ ລັດເຊຍ ແລະ ອາເມລິກາ ໄດ້ດຳເນີນການເຈລະຈາກ່ຽວກັບຫຼາຍເນື້ອໃນກ່ຽວຂ້ອງເຖິງສະພາບການຕົວຈິງໃນການພົວພັນດ້ານເສດຖະກິດສອງຝ່າຍ.

ການຮັບປະທານອາຫານເຊົ້າສົມທົບກັບການເຮັດວຽກຂອງບັນດາຜູ້ແທນ ລັດເຊຍ ແລະ ອາເມລິກາ ໃນຂອບເຂດເວທີປາໄສເສດຖະກິດສາກົນ Saint Petersburg 2025 ໃນວັນທີ 18/6/2025 (ພາບ:Kirill Dmitriev)

ໃນຂອບເຂດເວທີປາໄສເສດຖະກິດສາກົນ Saint Petersburg (SPIEF) ຄັ້ງທີ 28, ໄດ້ດຳເນີນແຕ່ວັນທີ 18 – 21 ມິຖຸນາ ຢູ່ນະຄອນ Saint Petersburg (ລັດເຊຍ), ວັນທີ 18 ມິຖຸນາ, ບັນດາຜູ້ແທນ ລັດເຊຍ ແລະ ອາເມລິກາ ໄດ້ດຳເນີນການເຈລະຈາກ່ຽວກັບຫຼາຍເນື້ອໃນກ່ຽວຂ້ອງເຖິງສະພາບການຕົວຈິງໃນການພົວພັນດ້ານເສດຖະກິດສອງຝ່າຍ.

        ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນອກເວທີປາໄສ, ທ່ານຜູ້ອຳນວຍການໃຫຍ່ກອງທຶນລົງທຶນໂດຍກົງ ລັດເຊຍ Kirill Dmitriev ໃຫ້ຮູ້ວ່າ, ສອງຝ່າຍໄດ້ແລກປ່ຽນຢ່າງກົງໄປກົງມາ ແລະ ສ້າງສັນກ່ຽວກັບຫຼາຍບັນຫາທີ່ມີລັກສະນະແທດຈິງ, ໃນນັ້ນ ພົ້ນເດັ່ນແມ່ນການສະເໜີເຊື່ອມຕໍ່ຖ້ຽວບິນໂດຍກົງລະຫວ່າງ ລັດເຊຍ ແລະ ອາເມລິກາ ໃນໄລຍະຈະມາເຖິງ.

        ໃນການພົບປະ, 2 ຝ່າຍກໍໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາແຜນການລະອຽດຂອງວິສາຫະກິດ ອາເມລິກາ ໃນການຮັກສາການເຄື່ອນໄຫວ ແລະ ເພີ່ມທະວີການດຳເນີນທຸລະກິດຢູ່ຕະຫຼາດ ລັດເຊຍ, ກໍຄືການຜັນຂະຫຍາຍບັນດາໂຄງການພັດທະນາໃນບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນ.


This site is protected by reCAPTCHA and the Google Privacy Policy and Terms of Service apply.