ຂ່າວເດັ່ນ

ລັດ​ເຊຍ ແລະ ອິນ​ເດຍ ກຳ​ນົດ​ເວ​ລາ​ຈັດ​​ການ​ພົບ​ປະ​ສຸດຍອດ

ລັດ​ເຊຍ ແລະ ອິນ​ເດຍ ກຳ​ນົດ​ເວ​ລາ​ຈັດ​​ການ​ພົບ​ປະ​ສຸດຍອດ

(VOVWORLD) - ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ດຳເນີນການໂອ້ລົມທາງໂທລະສັບເພື່ອປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ ແລະ ສະພາບການກ່ຽວຂ້ອງເຖິງການ ປະທະກັນຢູ່ຢູແກຼນ.

ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi  (ພາບ: Sputnik/Alexander Kazakov/REUTERS )

ວັນທີ 17 ກັນຍາ, ວັງ Kremlin ແຈ້ງໃຫ້ຊາບວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ດຳເນີນການໂອ້ລົມທາງໂທລະສັບເພື່ອປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ ແລະ ສະພາບການກ່ຽວຂ້ອງເຖິງການ ປະທະກັນຢູ່ຢູແກຼນ. ຢູ່ການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ Putin ຢັ້ງຢືນການພົວພັນລະຫວ່າງ ລັດເຊຍ ແລະ ອິນເດຍ ຍາມໃດກໍ່ເປັນມິດ ໃນຕະຫຼອດໄລຍະປະຫວັດສາດແຫ່ງຍຸກສະໄໝ, ອີງຕາມການສະໜັບສະໜູນຂອງປະຊາຊົນສອງປະເທດ. ການນຳສອງທ່ານລ້ວນແຕ່ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງສຳເລັດຜົນຂອງການພົວພັນສອງຝ່າຍໃນຈຸດເວລາປັດຈຸບັນ. ນອກຈາກນັ້ນ, ສອງຝ່າຍກໍ່ເຕື້ອງເຖິງການກະກຽມໃຫ້ແກ່ການຢ້ຽມຢາມອິນເດຍຂອງທ່ານປະທະນາທິບໍດີ ລັດເຊຍໃນເດືອນ ທັນວາຈະມາເຖິງ, ພ້ອມທັງແລກປ່ຽນກ່ຽວກັບບັນດາບັນຫາສາກົນ, ໃນນັ້ນມີສະພາບການທີ່ກ່ຽວຂ້ອງເຖິງ ຢູແກຼນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.