ຂ່າວເດັ່ນ

ລັດ​ເຊຍ ແລະ ອິນ​ເດຍ ຊຸກ​ຍູ້​ການ​ຮ່ວມ​ມື​ນິວ​ເຄຼຍ​ໃໝ່

ລັດ​ເຊຍ ແລະ ອິນ​ເດຍ ຊຸກ​ຍູ້​ການ​ຮ່ວມ​ມື​ນິວ​ເຄຼຍ​ໃໝ່

(VOVWORLD) - ວັນທີ 10 ພະຈິກ, ກຸ່ມບໍລິສັດນິວເຄຼຍແຫ່ງລັດ ລັດເຊຍ Rosatom ແຈ້ງໃຫ້ຊາບວ່າ ລັດເຊຍ ແລະ ອິນເດຍ ຈະພັດທະນາບັນດາໂຄງການໂຮງງານນິວເຄຼຍ (NPP) ດ້ວຍກຳລັງຕິດຕັ້ງໃຫຍ່ ແລະ ນ້ອຍ ແລະ ຮ່ວມມືໃນວົງຈອນເຊື້ອເພີງນິວເຄຼຍ.

ກຸ່ມບໍລິສັດນິວເຄຼຍແຫ່ງລັດ ລັດເຊຍ Rosatom (ພາບ: REUTERS/Ramil Sitdikov)

Rosatom ໃຫ້ຮູ້ວ່າ ໃນການພົບປະຫວ່າງມໍ່ໆນີ້ ລະຫວ່າງ ທ່ານ Alexey Likhachev ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ  Rosatom ແລະ ທ່ານ Ajit Kumar Mohanty ຫົວໜ້າກົມພະລັງງານປະລະມານູ ອິນເດຍ (DAE) ຢູ່ Mumbai, ອິນເດຍ, ສອງຝ່າຍໄດ້ເຕື້ອງເຖິງການເປີດກວ້າງການພົວພັນຄູ່ຮ່ວມມື, ລວມທັງການພັດທະນາບັນດາໂຄງການໂຮງງານໄຟຟ້ານິວເຄຼຍຂະໜາດໃຫຍ່ ແລະ ນ້ອຍ, ກໍຄືການຮ່ວມມືໃນວົງຈອນເຊື້ອເພີງນິວເຄຼຍ.

ກ່ອນໜ້ານັ້ນ, ເດືອນ ສິງຫາ ຜ່ານມາ, ທ່ານ Denis Manturov ຮອງນາຍົກລັດຖະມົນຕີ ລັດເຊຍ ໃຫ້ຮູ້ວ່າ ລັດເຊຍ ປາດຖະໜາຢາກເປີດກວ້າງການຮ່ວມມືຮອບດ້ານກັບ ອິນເດຍໃນຂົງເຂດພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ, ອີງໃສ່ຜົນສຳເລັດຈາກໂຄງການໂຮງງານໄຟຟ້ານິວເຄຼຍ Kudankulam ເຊິ່ງສອງປະເທດຮ່ວມມືກໍ່ສ້າງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.