ຂ່າວເດັ່ນ

ລັດ​ເຊຍ ແລະ ຢູ​ແກຼນ ແລກ​ປ່ຽນ​ແຜນ​ການ​ຢຸດ​ຕິ​ການ​ປະ​ທະ​ກັນ

ລັດ​ເຊຍ ແລະ ຢູ​ແກຼນ ແລກ​ປ່ຽນ​ແຜນ​ການ​ຢຸດ​ຕິ​ການ​ປະ​ທະ​ກັນ

(VOVWORLD) - ວັນທີ 02 ມິຖຸນາ, ການເຈລະຈາແບບເຊິ່ງໜ້າລະຫວ່າງ ລັດເຊຍ ແລະ ຢູແກຼນ ໄດ້ດຳເນີນຢູ່ Istanbul (ຕວັກກີ) ໃນວັນທີ 02 ມິຖຸນາ ໄດ້ສິ້ນສຸດລົງພາຍຫຼັງ 1 ຊົ່ວໂມງກວ່າ.

ການເຈລະຈາຮອບທີ 2 ລະຫວ່າງ ລັດເຊຍ ແລະ ຢູແກຼນ (ພາບ: Ria Novosti)

ທ່ານ Vladimir Medinsky ຫົວໜ້າຄະນະເຈລະຈາຂອງ ລັດເຊຍ ໃຫ້ຮູ້ວ່າ ຄະນະ ລັດເຊຍ ມີຄວາມເພິ່ງພໍໃຈຕໍ່ໝາກຜົນຮອບເຈລະຈາທີ 2 ກັບ ຢູແກຼນ ແລະ 2 ຝ່າຍກໍແລກປ່ຽນບົດບັນທຶກຊ່ວຍຈຳດ້ວຍບັນດາມາດຕາການແກ້ໄຂການປະທະກັນ. ບົດບັນທຶກຊ່ວຍຈຳຂອງ ລັດເຊຍ ໄດ້ຍົກອອກບັນດາບາດກ້າວເພື່ອບັນລຸໄດ້ຄຳສັ່ງຢຸດຍິງຢ່າງສົມບູນ ແລະ ຢູແກຼນ ໃຫ້ຮູ້ວ່າ ຈະຄົ້ນຄວ້າບົດບັນທຶກຊ່ວຍຈຳດັ່ງກ່າວພາຍໃນ 01 ອາທິດ ແລະ ຈະມີຄຳຕອບກັບໃຫ້ກັບຝ່າຍ ລັດເຊຍ.

        ໃນຂະນະນັ້ນ, ເມື່ອກ່າວຄຳເຫັນໃນການຖະແຫຼງຂ່າວຢູ່ນະຄອນຫຼວງ Vilnius (ລິດວາ), ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໃຫ້ຮູ້ວ່າ 2 ຄະນະໄດ້ “ແລກປ່ຽນເອກະສານໂດຍຜ່ານຝ່າຍ ຕັວກກີ ແລະ ພວກຂ້າພະເຈົ້າພວມກະກຽມບັ້ນມອບສົ່ງຊະເລີຍເສິກສົງຄາມໃໝ່”. ທ່ານຊີ້ແຈ້ງວ່າ ບໍ່ວ່າຂໍ້ຕົກລົງໃດກໍບໍ່ສາມາດເປັນ “ລາງວັນ” ໃຫ້ແກ່ຝ່າຍ ລັດເຊຍ ໄດ້ ແຕ່  Kiev ກຽມພ້ອມປະຕິບັດ “ບັນດາບາດກ້າວທີ່ສຳຄັນໃຫ້ແກ່ສັນຕິພາບ”.

        Kiev ກໍສະເໜີຈັດຕັ້ງກອງປະຊຸມຄັ້ງຕໍ່ໄປແຕ່ວັນທີ 20 – 30 ມິຖຸນາ ແລະ ຈະພິຈາລະນາແຜນການ ເຊິ່ງ ມົດສະກູ ໄດ້ຍົກອອກມາ.

ດັ້ງເກື່ອງ - ນັກຂ່າວ VOV ປະຈຳ ມົດສະກູ


This site is protected by reCAPTCHA and the Google Privacy Policy and Terms of Service apply.