ຂ່າວເດັ່ນ

ລັດ​ເຊຍ ແລະ ຢູ​ແກຼນ ເລີ່ມ​ປະ​ຕິ​ບັດ​ຂໍ້​ຕົ​ກ​ລົງ​ມອບ​ສົ່ງ​ຊາກ​ສົບ​ທະ​ຫານ​ເສຍ​ຊີ​ວິດຢູ່​ສະ​ໜາມ​ຮົບ ແລະ ​ແລກ​ປ່ຽນ​ຊະ​ເລີຍ​ເສິກ

ລັດ​ເຊຍ ແລະ ຢູ​ແກຼນ ເລີ່ມ​ປະ​ຕິ​ບັດ​ຂໍ້​ຕົ​ກ​ລົງ​ມອບ​ສົ່ງ​ຊາກ​ສົບ​ທະ​ຫານ​ເສຍ​ຊີ​ວິດຢູ່​ສະ​ໜາມ​ຮົບ ແລະ ​ແລກ​ປ່ຽນ​ຊະ​ເລີຍ​ເສິກ

(VOVWORLD) - ວັນທີ 11 ມິຖຸນາ, ລັດເຊຍ ແລະ ຢູແກຼນ ໄດ້ເລີ່ມຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ຢູ່ Istanbul (ຕວັກກີ) ກ່ຽວຂ້ອງເຖິງການມອບສົ່ງຊາກສົບທະຫານທີ່ເສຍຊີວິດຢູ່ສະໜາມຮົບ ແລະ ແລກປ່ຽນຊະເລີຍເສິກ.

 ນີ້ໄດ້ຮັບຖືວ່າແມ່ນບາດກ້າວເດີນມະນຸດສະທຳທີ່ມີຄວາມໝາຍໃນສະພາບການປະທະກັນລະຫວ່າງສອງຝ່າຍທີ່ພວມມີການຜັນແປຢ່າງເຄັ່ງຕຶງ.

        ຕາມຂໍ້ມູນຈາກທ່ານ Vladimir Medinsky, ຜູ້ຊ່ວຍວຽກທ່ານປະທານາທິບໍດີ ສະຫະພັນ ລັດເຊຍ ໄດ້ເອົາລົງໃນຊ່ອງ Telegram ຢ່າງເປັນທາງການວ່າ, ຝ່າຍ ລັດເຊຍ ໄດ້ມອບຊາກສົບ ທະຫານກຳລັງປະກອບອາວຸດ ຢູແກຼນ (VSU) 1.212 ສົບ ໃຫ້ແກ່ ຢູແກຼນ. ປ່ຽນນັ້ນແມ່ນ, ຝ່າຍ ລັດເຊຍ ໄດ້ຮັບຊາກສົບທະຫານ ລັດເຊຍ  27 ສົບ.

        ທ່ານ Medinsky ໃຫ້ຮູ້ວ່າ ການມອບຊາກສົບໄດ້ປະຕິບັດໃນຂອບເຂດຂໍ້ຕົກລົງ Istanbul  ແລະ ວິວັດທະນາການນີ້ ຈະສືບຕໍ່ໃນຊຸມວັນຈະມາເຖິງ.

ນັກຂ່າວ VOV  ປະຈຳ ລັດເຊຍ


This site is protected by reCAPTCHA and the Google Privacy Policy and Terms of Service apply.