ຂ່າວເດັ່ນ

ລັດ​ເຊຍ ແລະ ຢູ​ແກຼນ ປ​ະ​ຕິ​ບັດ​ການ​ແລກ​ປ່ຽນ​ຊະ​ເລີຍ​ເສິກ​ຄັ້ງ​ທີ 2 ຕາມ​ຂໍ້​ຕົກ​ລົງ

ລັດ​ເຊຍ ແລະ ຢູ​ແກຼນ ປ​ະ​ຕິ​ບັດ​ການ​ແລກ​ປ່ຽນ​ຊະ​ເລີຍ​ເສິກ​ຄັ້ງ​ທີ 2 ຕາມ​ຂໍ້​ຕົກ​ລົງ

(VOVWORLD) - ມີທະຫານ ລັດເຊຍ 307 ຄົນ ໄດ້ສົ່ງກັບມາຈາກດິນແດນໂດຍອຳນາດການປົກຄອງ Kiev ຄວບຄຸມ.

ທະຫານ ລັດເຊຍ  ໄດ້ກັບຄືນເມືອປະເທດ (ພາບ: REUTERS)

ວັນທີ 24 ພຶດສະພາ, ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ ມີທະຫານ ລັດເຊຍ 307 ຄົນ ໄດ້ສົ່ງກັບມາຈາກດິນແດນໂດຍອຳນາດການປົກຄອງ Kiev ຄວບຄຸມ, ແທນທີ່ນັ້ນ, ທະຫານ ຢູແກຼນ 307 ຄົນ ກໍໄດ້ມອບໃຫ້ ຢູແກຼນ.

ນີ້ແມ່ນໄລຍະທີ 2 ຂອງການແລກປ່ຽນຊະເລີຍເສິກດ້ວຍຂອບຂະໜາດໃຫຍ່ຕາມບັນດາຂໍ້ຕົກລົງລະຫວ່າງ ລັດເຊຍ - ຢູແກຼນ ທີ່ໄດ້ລົງນາມໃນນະຄອນ Istanbul ຂອງ ຕວັກກີ. ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ ການແລກປ່ຽນຊະເລີຍເສິກ ໃນຂອບຂະໜາດໃຫຍ່ ໂດຍຝ່າຍ ລັດເຊຍ ລິເລີ່ມນັ້ນຈະສືບຕໍ່ໄດ້ດຳເນີນ.


This site is protected by reCAPTCHA and the Google Privacy Policy and Terms of Service apply.