ສຳນັກຂ່າວສານລັດເຊຍ RIA ໄດ້ລົງຂ່າວວ່າ ຄະນະເຈລະຈາປະເທດນີ້ ໃນວັນທີ 1 ມິຖຸນາ ໄດ້ເດີນທາງໄປຍັງຕວັກກີ. ຕາມແຈ້ງການຂອງ ກະຊວງການຕ່າງປະເທດ ລັດເຊຍເມື່ອວັນທີ 28 ພຶດສະພາແລ້ວ, ຄາດວ່າ ຄະນະເຈລະຈາ ໂດຍທ່ານ Vladimir Medinsky ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ ນຳໜ້າ ແລະ ຈະມອບຮ່າງບົດບັນທຶກຊ່ວຍຈຳວ່າດ້ວຍສັນຕິພາບ ໃຫ້ແກ່ ຢູແກຼນໃນກອງປະຊຸມຄັ້ງນີ້. ກ່ອນໜ້ານັ້ນ, ໃນວັນທີ 1 ມິຖຸນາ, ຜ່ານແອັບ ຂໍ້ຄວາມ Telegram, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໃຫ້ຮູ້ວ່າ Kiev ຈະເຂົ້າຮ່ວມການພົບປະຢູ່ Istanbul ຕາມຂໍ້ສະເໜີຂອງຝ່າຍ ມົດສະກູ. ອີກຄັ້ງໜຶ່ງ, ຄະນະເຈລະຈາຂອງ ຢູແກຼນ ໂດຍທ່ານ Rustem Umerov ລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າ.
ລັດເຊຍ ແລະ ຢູແກຼນ ພ້ອມແລ້ວທີ່ຈະດຳເນີນການເຈລະຈາຮອບຕໍ່ໄປຢູ່ Istanbul
ລັດເຊຍ ແລະ ຢູແກຼນ ພ້ອມແລ້ວທີ່ຈະດຳເນີນການເຈລະຈາຮອບຕໍ່ໄປຢູ່ Istanbul
(VOVWORLD) - ບັນດາຄະນະເຈລະຈາຂອງ ລັດເຊຍ ແລະ ຢູແກຼນ ໄດ້ກຽມພ້ອມໃຫ້ແກ່ການເຈລະຈາຮອບຕໍ່ໄປ, ຄາດວ່າດຳເນີນໃນວັນທີ 2 ມິຖຸນາ ຢູ່ Istanbul, ຕວັກກີ.






