ຂ່າວເດັ່ນ

ລັດ​ເຊຍ ແລະ ຢູ​ແກຼນ ສືບ​ຕໍ່​ແລກ​ປ່ຽນ​​ຊະ​ເລີຍ​ເສິກ

ລັດ​ເຊຍ ແລະ ຢູ​ແກຼນ ສືບ​ຕໍ່​ແລກ​ປ່ຽນ​​ຊະ​ເລີຍ​ເສິກ

(VOVWORLD) - ຝ່າຍ ລັດເຊຍ ໄດ້ມອບສົ່ງບັນດາທະຫານຂອງກຳລັງທະຫານເຮືອ, ທະຫານບົກ, ທະຫານໂດດຈ້ອງ ແລະ ບາງກົມກອງອື່ນ ໃຫ້ແກ່ ຢູແກຼນ.

    ວັນທີ 20 ມິຖຸນາ,  ລັດເຊຍ ແລະ ຢູແກຼນ ໄດ້ດຳເນີນການແລກປ່ຽນຊະເລີຍເສິກໃໝ່ ຕາມຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງສອງຝ່າຍ ນັບແຕ່ຕົ້ນເດືອນມິຖຸນານີ້ຢູ່ Istanbul ປະເທດ ຕວກກີ. ກະຊວງປ່ອງກັນປະເທດ ລັດເຊຍ ປະກາດວ່າ ຝ່າຍ ຢູແກຼນ ໄດ້ປ່ອຍຕົວກຸ່ມທະຫານໜຶ່ງຂອງປະເທດນີ້ໃນວັນທີ 20 ມິຖຸນາ ແຕ່ບໍ່ແຈ້ງກຳນວນລະອຽດ. ປະຈຸບັນ, ກຸ່ມນີ້ໄດ້ມີໜ້າຢູ່ Belarus ແລະ ໄດ້ຮັບການເບິ່ງແຍງດູແລດ້ານການແພດທີ່ຈຳເປັນ. ທະຫານທຸກຄົນເຫຼົ່ານັ້ນຈະຖືກສົ່ງໄປຍັງ ລັດເຊຍ ເພື່ອປິ່ນປົວ ແລະ ຟື້ນຟູຢູບັນດາຮາຖນານການແພດ ຂຶ້ນກັບກະຊວງປ້ອງກັນປະເທດ ລັດເຊຍ. ແທນໃຫ້ນັ້ນ, ຝ່າຍ ມົດສະກູ ໄດ້ສົ່ງກຸ່ມຊະເລີຍເສິກ ຢູແກຼນ ໜຶ່ງໃຫ້ແກ່ ກີແອບ.

  ວົງການເຈົ້າໜ້າທີ່ຮັບຜິດຊອບ ຢູແກຼນ ໄດ້ຮັບຮູ້ຂໍ້ມູນຂ່າວດັ່ງກ່າວ ແລະ ໃຫ້ຮູ້ວ່າ: ຝ່າຍ ລັດເຊຍ ໄດ້ມອບສົ່ງບັນດາທະຫານຂອງກຳລັງທະຫານເຮືອ, ທະຫານບົກ, ທະຫານໂດດຈ້ອງ ແລະ ບາງກົມກອງອື່ນ. ຈຳນວນທະຫານເຫຼົ່ານັ້ນ ຈະໂດ້ກວດສຸຂະພາບ, ປິ່ນປົວ ແລະ ຟື້ນຟູອະໄວຍະວະຢູ່ບັນດາຮາກຖານການແພດຂອງ ຢູແກຼນ.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.