ຂ່າວເດັ່ນ

ລັດ​ເຊຍ ແລະ ຢູ​ແກຼນ​ສືບ​ຕໍ່​ປຶກ​ສາ​ຫາ​ລື​ການມອ​ບ​ຮັບ ຊາກ​ສົບ ທະ​ຫານ ແລະ ຊະ​ເລີຍ​ເສິກ

ລັດ​ເຊຍ ແລະ ຢູ​ແກຼນ​ສືບ​ຕໍ່​ປຶກ​ສາ​ຫາ​ລື​ການມອ​ບ​ຮັບ ຊາກ​ສົບ ທະ​ຫານ ແລະ ຊະ​ເລີຍ​ເສິກ

(VOVWORLD) - ທ່ານປະທານາທິບໍດີ Volodymyr Zelensky ໄດ້ກ່າວຄຳເຫັນຄືດັ່ງກ່າວໃນສະພາບການ ລັດເຊຍ ແລະ ຢູແກຼນ ພວມມີການໂຕ້ຖ້ຽງກັນກ່ຽວກັບການປະຕິບັດການແລກປ່ຽນ ຊາກສົບທະຫານ ແລະ ຊະເລີຍເສິກ.

ວັນທີ 8 ມິຖຸນາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ຢັ້ງຢືນວ່າ ຈະສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນຊະເລີຍເສິກ ກັບລັດເຊຍ, ພ້ອມທັງຖືວ່າ ການຮັກສາການປະຕິບັດບັນດາຂໍ້ຕົກລົງມະນຸດສະທຳຢ່າງຄົບຖວ້ນຈະສ້າງເງື່ອນໄຂໃຫ້ແກ່ບັນດາຄວາມມານະພະຍາຍາມສາກົນ ເພື່ອແນໃສ່ຢຸດຕິການປະທະກັນທີ່ແກ່ຍາວມາເປັນເວລາ 3 ປີ.

ທ່ານປະທານາທິບໍດີ Volodymyr Zelensky ໄດ້ກ່າວຄຳເຫັນຄືດັ່ງກ່າວໃນສະພາບການ ລັດເຊຍ ແລະ ຢູແກຼນ ພວມມີການໂຕ້ຖ້ຽງກັນກ່ຽວກັບການປະຕິບັດການແລກປ່ຽນ ຊາກສົບທະຫານ ແລະ ຊະເລີຍເສິກ.  ວັນທີ 7 ມິຖຸນາ ເຈົ້າໜ້າທີ່ລັດເຊຍ ໃຫ້ຮູ້ວ່າ ຢູແກຼນ ໄດ້ໂຈະ ການມອບຮັບຊາບສົບນາຍທະຫານ ແລະ ແລກປ່ຽນຊະເລີຍເສິກແບບບໍ່ມີກຳນົດເວລາໂດຍບໍ່ແຈ້ງກ່ອນ, ໃນຂະນະທີ່ຢູແກຼນ ປະຕິເສດຂໍ້ມູນນີ້. ລັດເຊຍໄດ້ແຈ້ງໃຫ້ຮູ້ວ່າ ຂະບວນລົດທຳອິດທີ່ຂົນສົ່ງຊາກສົບນາຍທະຫານ ຢູແກຼນ 1.212 ຄົນ ໄດ້ໄປເຖິງສະຖານທີ່ເຕົ້າໂຮມຢູ່ເຂດຊາຍແດນ ຕາມກອບຂໍ້ຕົກລົງມະນຸດສະທຳ ທີ່ບັນລຸໄດ້ຢູ່ Istanbul ໃນເວລາຜ່ານມາ. ລັດເຊຍ ໄດ້ຢັ້ງຢືນພ້ອມແລ້ວທີ່ຈະປະຕິບັດຂໍ້ຕົກລົງທີ່ກ່ຽວຂ້ອງເຖິງການມອບຮັບຊາກສົບະຫານຢູແກຼນ ແລະ ແລກປ່ຽນຊະເລີຍເສິກລະຫວ່າງສອງຝ່າຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.