ມີຄວາມເປັນໄປໄດ້ຢ່າງສູງວ່າ ອາເມລິກາຈະເຫັນດີ ຕໍ່ຂໍ້ສະເໜີຂອງ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ກ່ຽວກັບການສືບຕໍ່ປະຕິບັດບັນດາມາດຕາຂອງ ສົນທິສັນຍາ ຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START). ນີ້ແມ່ນການຕີລາຄາຂອງທ່ານ Kirill Dmitriev, ຜູ້ຕາງໜ້າພິເສດຂອງປະທານາທິບໍດີ ລັດເຊຍ, ຜູ້ອຳນວຍການໃຫຍ່ ກອງທຶນລົງທຶນໂດຍກົງ ລັດເຊຍ (RDIF). ຂ່າວໂດຍທ່ານ Kirill Dmitriev ໄດ້ເຕື້ອງເຖິງແມ່ນຖະແຫຼງການທີ່ຕັ້ງໜ້າອອກວັນທີ 5 ຕຸລາຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ , ໃນນັ້ນຊີ້ແຈ້ງວ່າ ພ້ອມແລ້ວທີ່ຈະຮັກສາສົນທິສັນຍາ ອາວຸດນິວເຄຼຍ ລະຫວ່າງ ວໍຊິງຕັນ ແລະ ມົດສະກູ ຄືຂໍ້ສະເໜີຂອງຜູ້ນຳວັງ Kremlin. ໂດຍຕອບຄຳຖາມຂອງນັກຂ່າວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖືວ່າ ນີ້ແມ່ນແນວຄວາມຕິດທີ່ດີ. ຕາມທ່ານປະທານາທິບໍດີ ອາເມລິກາ Donald Trump ແລ້ວ, ການປຶກສາຫາລືຕໍ່ກຳນົດສົນທິສັນຍາອາວຸດນິວເຄຼຍ ຍັງແມ່ນບັນຫາສຳຄັນສຳລັບສອງປະເທດ, ແຕ່ບໍ່ເຜີຍຂໍ້ມູນອື່ນຕື່ມອີກ.
ລັດເຊຍຕີລາຄາຢ່າງຕັ້ງໜ້າຕໍ່ການຕອບກັບຂອງອາເມລິກາ ກ່ຽວກັບສົນທິສັນຍາ New START
ລັດເຊຍຕີລາຄາຢ່າງຕັ້ງໜ້າຕໍ່ການຕອບກັບຂອງອາເມລິກາ ກ່ຽວກັບສົນທິສັນຍາ New START
(VOVWORLD) - ຕາມທ່ານປະທານາທິບໍດີ ອາເມລິກາ Donald Trump ແລ້ວ, ການປຶກສາຫາລືຕໍ່ກຳນົດສົນທິສັນຍາອາວຸດນິວເຄຼຍ ຍັງແມ່ນບັນຫາສຳຄັນສຳລັບສອງປະເທດ, ແຕ່ບໍ່ເຜີຍຂໍ້ມູນອື່ນຕື່ມອີກ.






