ຂ່າວເດັ່ນ

ລັດ​ເຊຍ​ ຫລຸດ​ລະ​ດັບ​ການ​ກະ​ທົບ​ຂອງ​ບັນ​ດາ​ຄຳ​ສັ່ງລົງ​ໂທດ​ຝ່າຍ​ຕາ​ເວັນ​ຕົກ

ລັດ​ເຊຍ​ ຫລຸດ​ລະ​ດັບ​ການ​ກະ​ທົບ​ຂອງ​ບັນ​ດາ​ຄຳ​ສັ່ງລົງ​ໂທດ​ຝ່າຍ​ຕາ​ເວັນ​ຕົກ

(VOVWORLD) - ປະຈຸບັນ, ອີຢູ ພວມຮຽບຮຽງມາດຕະການລົງໂທດທີ 19 ທີ່ເລັງໃສ່ ລັດເຊຍ.

ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ: Alexander Zemlianichenko/REUTERS)

   ວັນທີ 8 ກັນຍາ, ທ່ານ Dmitry Peskov ໂຄສົກວັງ Kremlin ຢືນຢັນວ່າ: “ບັນດາມາດຕະການລົງໂທດດ້ວຍປະລິມານທີ່ບໍ່ເຄີຍມີມາກ່ອນຈາກຝ່າຍຕາເວັນຕົກນັ້ນ ບໍ່ມີຜົນປະໂຫຍດໃດໃນການກໍ່ຄວາມກົດດັນຕໍ່ລັດເຊຍ”. ທ່ານ Peskov ຖືວ່າ ຢູແກຼນ ແລະ ເອີລົບ ພວມເຮັດທຸກວິທີເພື່ອບັງຄັບ ອາເມລິກາ ນຳໃຊ້ບັນດາມາດຕະການລົງໂທດ, ແຕ່ເນັ້ນໜັກວ່າ “ຈະບໍ່ມີມາດຕະການລົງໂທດໃດທີ່ສາມາດບັງຄັບໃຫ້ ມົດສະກູຕ້ອງ ປ່ຽນແປງຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຕົນໄດ້”.

  ໃນວັນດຽວກັນ, ຄະນະກຳມະການ ເອີລົບ (EC) ໃຫ້ຮູ້ວ່າ: ທ່ານ David O'Sullivan, ທູດພິເສດຂອງ ອີຢູ ຮັບຜິດຊອບບັນຫາການລົງໂທດ ໄດ້ເດີນທາງໄປຍັງ ວໍຊິງຕັນ ພ້ອມກັບນັກຊ່ຽວຊານກຸ່ມໜຶ່ງ ເພື່ອປຶກສາຫາລືກັບຝ່າຍ ອາເມລິກາ ກ່ຽວກັບບັນດາມາດຕະການລົງໂທດເພີ່ມເຕີມທີ່ເລັງໃສ່ ລັດເຊຍ. ປະຈຸບັນ, ອີຢູ ພວມຮຽບຮຽງມາດຕະການລົງໂທດທີ 19 ທີ່ເລັງໃສ່ ລັດເຊຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.