ຂ່າວເດັ່ນ

ລັດ​ເຊຍ ກະ​ກຽມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ ຢູ​ແກຼນ, ມຸ່ງ​ໄປ​ເຖິງ​ມາດ​ຕະ​ການ​ສັນ​ຕິ​ພາບ

ລັດ​ເຊຍ ກະ​ກຽມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ ຢູ​ແກຼນ, ມຸ່ງ​ໄປ​ເຖິງ​ມາດ​ຕະ​ການ​ສັນ​ຕິ​ພາບ

(VOVWORLD) - ລັດເຊຍ ພວມສ້າງບົດບັນທຶກຊ່ວຍຈຳກ່ຽວຂ້ອງເຖິງວິວັດທະນາການສັນຕິພາບຢູ່ ຢູແກຼນ. ເອກະສານສະບັບນີ້ ຈະລວມທັງບັນດາຫຼັກການ ແລະ ໄລຍະເວລາລະອຽດໃຫ້ແກ່ການແກ້ໄຂການປະທະກັນ, ພ້ອມທັງຈະໄດ້ສົ່ງເຖິງຝ່າຍ ຢູແກຼນ ພາຍຫຼັງສຳເລັດຢ່າງທັນທີ.

ວັນທີ 27 ພຶດສະພາ, ໂຄສົກກະຊວງການຕ່າງປະເທດ ລັດເຊຍ Maria Zakharova ໃຫ້ຮູ້ວ່າ ລັດເຊຍ ພວມສ້າງບົດບັນທຶກຊ່ວຍຈຳກ່ຽວຂ້ອງເຖິງວິວັດທະນາການສັນຕິພາບຢູ່ ຢູແກຼນ. ເອກະສານສະບັບນີ້ ຈະລວມທັງບັນດາຫຼັກການ ແລະ ໄລຍະເວລາລະອຽດໃຫ້ແກ່ການແກ້ໄຂການປະທະກັນ, ພ້ອມທັງຈະໄດ້ສົ່ງເຖິງຝ່າຍ ຢູແກຼນ ພາຍຫຼັງສຳເລັດຢ່າງທັນທີ. ຝ່າຍ ລັດເຊຍ ສະແດງຄວາມຫວັງວ່າ ຢູແກຼນ ຈະຄັດຄ້ານດ້ວຍບັນດາຂໍ້ສະເໜີທີ່ຄ້າຍຄືກັນໃນຈຸດເວລາດຽວກັນ. ລັດເຊຍ ຢັ້ງຢືນວ່າ ຈະສືບຕໍ່ຊຸກຍູ້ບັນດາຄວາມມານະພະຍາຍາມທາງການທູດ, ໂດຍບໍ່ຫົວຊາຕໍ່ບັນດາສິ່ງກີດຂວາງຈາກຝ່າຍ ຢູແກຼນ.

        ກ່ອນໜ້ານັ້ນ, ວັນທີ 16 ພຶດສະພາ, ຜູ້ຕາງໜ້າ ລັດເຊຍ ແລະ ຢູແກຼນ ໄດ້ດຳເນີນການພົບປະຢູ່ Istanbul, ຕວັກກີ. ສອງຝ່າຍເຫັນດີເປັນເອກະພາບປະຕິບັດການແລກປ່ຽນຊະເລີຍເສິກດ້ວຍຂອບຂະໜາດໃຫຍ່ ແລະ ກໍໄດ້ຍົກອອກບັນດາຂໍ້ກຳນົດໃນເບື້ອງຕົນກ່ຽວກັບຄວາມອາດສາມາດບັນລຸໄດ້ຂໍ້ຕົກລົງຢຸດຍິງໃນອະນາຄົດ. ຝ່າຍ ຢູແກຼນ ກໍສະເໜີຈັດຕັ້ງການພົບປະຂັ້ນປະມຸກລັດ, ແລະ ຝ່າຍ ລັດເຊຍ ໄດ້ຮັບຮູ້ຂໍ້ສະເໜີດັ່ງກ່າວ.

ທູຮ່າ - ນັກຂ່າວ VOV ປະຈຳ ລັດເຊຍ

This site is protected by reCAPTCHA and the Google Privacy Policy and Terms of Service apply.