ຂ່າວເດັ່ນ

ລັດ​ເຊຍ ກຽມ​ພ້ອມ​ດຳ​ເນີນ​ການ​ພົບ​ປະ​ຕ່າງໆ​ກັບ ຢູ​ແກຼນ ຕື່ມ​ອີກ

ລັດ​ເຊຍ ກຽມ​ພ້ອມ​ດຳ​ເນີນ​ການ​ພົບ​ປະ​ຕ່າງໆ​ກັບ ຢູ​ແກຼນ ຕື່ມ​ອີກ

(VOVWORLD) - ໃນຖະແຫຼງການອອກວັນທີ 20 ພຶດສະພາ, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ ປະເທດນີ້ ພ້ອມແລ້ວທີ່ຈະດຳເນີນການພົບປະຄັ້ງຕ່າງໆກັບ ຢູແກຼນ ແລະ ຈະສະເໜີເຮັດວຽກກ່ຽວກັບບົດບັນທຶກຊ່ວຍຈຳທີ່ກ່ຽວຂ້ອງເຖິງຂໍ້ຕົກລົງສັນຕິພາບທີ່ມີກຳລັງບົ່ມຊ້ອນ.

        ທ່ານນາງ Maria Zakharova ເນັ້ນໜັກວ່າ ລັດເຊຍ “ອີກຄັ້ງໜຶ່ງ ຢັ້ງຢືນຄວາມປາດຖະໜາຢາກບັນລຸໄດ້ມາດຕະການສຸດທ້າຍ, ຍຸຕິທຳໃຫ້ແກ່ການປະທະກັນ”, ພ້ອມດຽວກັນນັ້ນ ກໍເນັ້ນໜັກວ່າ ວິວັດທະນາການມຸ່ງໄປເຖິງການປະທະກັນຈະບໍ່ສາມາດບັນລຸໄດ້ ຖ້າບໍ່ແກ້ໄຂໄດ້ກົກປາຍສາຍເຫດ. ທ່ານນາງ Maria Zakharova ໃຫ້ຮູ້ວ່າ ຕ້ອງມີຄວາມເປັນເອກະພາບໃນຫຼາຍແງ່ມູມ, ລວມມີ: ບັນດາຫຼັກການຕົ້ນຕໍຂອງມາດຕະການ, ຈຸດເວລາຂໍ້ຕົກລົງມີກຳລັງບົ່ມຊ້ອນ ແລະ ບັນດາເນື້ອໃນລະອຽດທີ່ກ່ຽວຂ້ອງເຖິງຄຳສັ່ງຢຸດຍິງ ອາດຈະເກີດຂຶ້ນ ຖ້າບັນລຸໄດ້ບັນດາຂໍ້ຕົກລົງທີ່ກ່ຽວຂ້ອງ.

        ກ່ອນໜ້ານັ້ນ, ທ່ານໂຄສົກວັງ Kremlin Dmitry Peskov ໃຫ້ຮູ້ວ່າ ມົດສະກູ ແລະ  Kiev  ພວມກະກຽມບັນດາການພົບປະກ່ຽວກັບການພັດທະນາບົດບັນທຶກຊ່ວຍຈຳທີ່ກ່ຽວຂ້ອງເຖິງຂໍ້ຕົກລົງສັນຕິພາບ ແລະ ຄຳສັ່ງຢຸດຍິງ.


This site is protected by reCAPTCHA and the Google Privacy Policy and Terms of Service apply.