ຂ່າວເດັ່ນ

ລັດ​ເຊຍ​ມຸ່ງ​ໄປ​ເຖິງ​ສັນ​ຕິ​ພາບ​ທີ່​ຍາວ​ນານ​ໃນ​ການ​ເຈ​ລະ​ຈາ​ແບບ​ເຊິ່ງ​ໜ້າ​ທຳ​ອິດ​ກັບ ຢູ​ແກຼນ

ລັດ​ເຊຍ​ມຸ່ງ​ໄປ​ເຖິງ​ສັນ​ຕິ​ພາບ​ທີ່​ຍາວ​ນານ​ໃນ​ການ​ເຈ​ລະ​ຈາ​ແບບ​ເຊິ່ງ​ໜ້າ​ທຳ​ອິດ​ກັບ ຢູ​ແກຼນ

(VOVWORLD) - ກະຊວງການຕ່າງປະເທດ ຕວັກກີ ແຈ້ງໃຫ້ຊາບວ່າ ລັດຖະມົນຕີກະຊວງການຕ່າງປະເທດ ຕວັກກີ ຈະເປັນປະທານກອງປະຊຸມກັບຄະນະຜູ້ແທນຂັ້ນສູງບັນດາປະເທດ ອາເມລິກາ, ລັດເຊຍ ແລະ ຢູແກຼນ ຢູ່ Istanbul.

ວັນທີ 15 ພຶດສະພາ, ໃນບົດກ່າວປາໄສຢູ່ Istanbul, ປະເທດຕວັກກີ, ກ່ອນການເຈລະຈາກັບຢູແກຼນຢູ່ ຕວັກກີ ທ່ານ Vladimir Medinsky ຫົວໜ້າຄະນະເຈລະຈາຂອງ ລັດເຊຍ ຢັ້ງຢືນວ່າ ມົດສະກູ ພວມມຸ່ງໄປເຖິງພື້ນຖານ “ສັນຕິພາບທີ່ຍາວນານ ແລະ ຍືນຍົງ” ໃນບັນດາການເຈລະຈາສັນຕິພາບແບບເຊິ່ງໜ້າທຳອິດກັບ ຢູແກຼນ ພາຍຫຼັງກ່ວາ 3 ປີ.

ຕາມທ່ານ Vladimir Medinsky ແລ້ວ, ເພື່ອເຮັດໄດ້ສິ່ງນີ້ ຕ້ອງປະຖີ້ມບັນດາກົກສາຍປາຍເຫດຂອງການປະທະກັນ”, ພ້ອມທັງໃຫ້ຮູ້ວ່າ ຄະນະເຈລະຈາ ລັດເຊຍ ມີຄວາມສາມາດຢ່າງພຽງພໍ ແລະ ສິດອຳນາດທີ່ຈຳເປັນເພື່ອດຳເນີນການເຈລະຈາ. ຝ່າຍລັດເຊຍ ໃຫ້ຄຳໝັ້ນສັນຍາ ຈະປະຕິບັດວິທີການສຳຜັດທີ່ມີລັກສະນະສ້າງສັນ ແລະ ຊອກຫາວິທີການແກ້ໄຂໃຫ້ແກ່ການປະທະກັນ ແລະ ບັນດານັກເຈລະຈາ ລັດເຊຍ ກໍ່ຖືກອງປະຊຸມຄັ້ງນີ້ແມ່ນ ການສືບຕໍ່ຂອງວິວັດການສັນຕິພາບ ທີ່ຖືກຂາດວັກຂາດຕອນໃນປີ 2022.

ໃນເຫດການທີ່ກ່ຽວຂ້ອງ, ກະຊວງການຕ່າງປະເທດ ຕວັກກີ ແຈ້ງໃຫ້ຊາບວ່າ ລັດຖະມົນຕີກະຊວງການຕ່າງປະເທດ ຕວັກກີ ຈະເປັນປະທານກອງປະຊຸມກັບຄະນະຜູ້ແທນຂັ້ນສູງບັນດາປະເທດ ອາເມລິກາ, ລັດເຊຍ ແລະ ຢູແກຼນ ຢູ່ Istanbul.

This site is protected by reCAPTCHA and the Google Privacy Policy and Terms of Service apply.