ຂ່າວເດັ່ນ

ລັດ​ເຊຍ ຮຽກ​ຮ້ອງໃຫ້​ລະ​ງັບ​ໃຈ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ

ລັດ​ເຊຍ ຮຽກ​ຮ້ອງໃຫ້​ລະ​ງັບ​ໃຈ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ

(VOVWORLD) - ລັດເຊຍ ຈະສືບຕໍ່ຕິດຕໍ່ກັບບັນດາຝ່າຍທີ່ກ່ຽວຂ້ອງທັງໝົດຢູ່ຕາເວັນອອກກາງ ແລະ ຮຽກຮ້ອງບັນດາຝ່າຍຈົ່ງລະງັບໃຈໃນທຸກບາດກ້າວທີ່ອາດຈະເຮັດໃຫ້ເພີ່ມຄວາມເຄັ່ງຕຶງໃນພາກພື້ນ.

ທ່ານ Dmitry Peskov  ໂຄສົກວັງ Kremlin (ພາບ: REUTERS/Ramil Sitdikov)

ວັນທີ 30 ທັນວາ, ໂຄສົກວັງ Kremlin, ທ່ານ Dmitry Peskov, ໃຫ້ຮູ້ວ່າ ລັດເຊຍ ຈະສືບຕໍ່ຕິດຕໍ່ກັບບັນດາຝ່າຍທີ່ກ່ຽວຂ້ອງທັງໝົດຢູ່ຕາເວັນອອກກາງ ແລະ ຮຽກຮ້ອງບັນດາຝ່າຍຈົ່ງລະງັບໃຈໃນທຸກບາດກ້າວທີ່ອາດຈະເຮັດໃຫ້ເພີ່ມຄວາມເຄັ່ງຕຶງໃນພາກພື້ນ.

        ຕາມທ່ານ Peskov ແລ້ວ, ເພື່ອລະງັບໃຈການເຮັດໃຫ້ເພີ່ມຄວາມເຄັ່ງຕຶງຢູ່ພາກພື້ນຕາເວັນອອກກາງນັ້ນ, ກ່ອນອື່ນໝົດ ຕ້ອງສົນທະນາກັບ ອີຣານ. ທ່ານເນັ້ນໜັກວ່າ ລັດເຊຍ ຈະສືບຕໍ່ພັດທະນາສາຍພົວພັນອັນດີງາມ ແລະ ມີລັກສະນະສ້າງສັນກັບ ອີຣານ, ຜ່ານນັ້ນກໍ່ປະກອບສ່ວນຫຼຸດຜ່ອນຄວາມເຄັ່ງຕຶງຢູ່ພາກພື້ນດັ່ງກ່າວ.

       ເມື່ອກ່າວຄຳເຫັນໃນການຖະແຫຼງຂ່າວກ່ອນນັ້ນໜຶ່ງວັນ, ທ່ານ Esmaeil Baghaei ໂຄສົກກະຊວງການຕ່າງປະເທດກໍຢັ້ງຢືນວ່າປະເທດນີ້ຈະບໍ່ມີວັນຍົກເລີກການທູດ ແລະ ສືບຕໍ່ຖືນີ້ແມ່ນມາດຕະການສຳຄັນເພື່ອຊຸກຍູ້ຜົນປະໂຫຍດແຫ່ງຊາດໃນບັນດາເງື່ອນໄຂທີ່ເໝາະສົມ.


This site is protected by reCAPTCHA and the Google Privacy Policy and Terms of Service apply.