ຂ່າວເດັ່ນ

ລັດ​ເຊຍ​ປະ​ກາດ​ບຸກ​ໂຈມ​ຕີ​ບັນ​ດາ​ພື້ນ​ຖານ​ໂຄງ​ລ່າງ ແລະ ການ​ປ້ອງ​ກັນ​ຊາດ ຂອງ ຢູ​ແກຼນ

ລັດ​ເຊຍ​ປະ​ກາດ​ບຸກ​ໂຈມ​ຕີ​ບັນ​ດາ​ພື້ນ​ຖານ​ໂຄງ​ລ່າງ ແລະ ການ​ປ້ອງ​ກັນ​ຊາດ ຂອງ ຢູ​ແກຼນ

(VOVWORLD) - ຖະແຫຼງການນີ້ໄດ້ຍົກອອກມາພາຍຫຼັງ 2 – 3 ຊົ່ວໂມງເມື່ອມີຂ່າວ ຢູແກຼນຕ້ອງຮັບການຖືກບຸກໂຈມຕີທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ເວລາເກີດການທະປະກັນກັບ ລັດເຊຍ ກ່ອນນີ້ສາມປີເຮັດໃຫ້ ມີ 2 ຄົນເສຍຊີວິດ, 15 ຄົນຖືກບາດເຈັບ ແລະ ອາຄານລັດຖະບານຢູ່ນະຄອນຫຼວງ ກີແອັບຖືກຍິງເຂົ້າໃສ່.

(ພາບປະກອບ: THX/TTXVN)

ວັນທີ 7 ກັນຍາ, ກະຊວງປ້ອງກັນປະເທດ ລັດເຊຍໄດ້ປະກາດບັນດາກຳລັງຂອງປະເທດນີ້ ໄດ້ບຸກໂຈມຕີບັນດາເປົ້າໝາຍການທະຫານ ແລະ ພື້ນຖານໂຄງລ່າງຂອງ ຢູແກຼນ. ກະຊວງປ້ອງກັນປະເທດ ລັດເຊຍກໍ່ໃຫ້ຮູ້ວ່າ ບັນດາລະບົບປ້ອງກັນປະເທດຂອງປະເທດນີ້ ໄດ້ຍິງລູກລະເບີດນຳຖີ  3 ລູກຍິງລູກສອນໄຟຫຼາຍເລົາ HIMARS 3 ບະບົບ ແລະ ເຮືອບິນບໍ່ມີຄົນຂັບ 210 ລຳຂອງຢູແກຼນຕົກ.

ຖະແຫຼງການນີ້ໄດ້ຍົກອອກມາພາຍຫຼັງ 2 – 3 ຊົ່ວໂມງເມື່ອມີຂ່າວ ຢູແກຼນຕ້ອງຮັບການຖືກບຸກໂຈມຕີທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ເວລາເກີດການທະປະກັນກັບ ລັດເຊຍ ກ່ອນນີ້ສາມປີເຮັດໃຫ້ ມີ 2 ຄົນເສຍຊີວິດ, 15 ຄົນຖືກບາດເຈັບ ແລະ ອາຄານລັດຖະບານຢູ່ນະຄອນຫຼວງ ກີແອັບຖືກຍິງເຂົ້າໃສ່. ບັນດາປະເທດສຳພັນທະມິດຂອງ ອາເມລິກາໃນໄລຍະຜ່ານມາ ໄດ້ຮຽກຮ້ອງທ່ານປະທານາທິບໍດີ ອາເມລິກາ Donald Trump ເພີ່ມການລົງໂທດລັດເຊຍ ຍ້ອນປະເທດນີ້ສືບຕໍ່ບຸກໂຈມຕີ ຢູແກຼນ, ເຖິງຢ່າງໃດກໍຕາມ ທ່ານປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນຈະນຳໃຊ້ການເຈລະຈາເພື່ອຢຸດຕິການປະທະກັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.