ຂ່າວເດັ່ນ

ລັດ​ເຊຍ ປະ​ກາດ​ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ​ຢ່າງກົງ​ໄປ​ກົງ​ມາ ​ກ່ຽວ​ກັບ​ບັນ​ຫາ​ຢູ​ແກຼນ

ລັດ​ເຊຍ ປະ​ກາດ​ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ​ຢ່າງກົງ​ໄປ​ກົງ​ມາ ​ກ່ຽວ​ກັບ​ບັນ​ຫາ​ຢູ​ແກຼນ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍກໍ່ສະແດງຄວາມຊົມເຊີຍຕໍ່ຫຼັກໝັ້ນຂອງອຳນາດການປົກຄອງ ປະທານາທິບໍດີ ອາເມລິກາ ໃນການແກ້ໄຂການປະທະກັນຢູ່ ຢູແກຼນ.

ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ (ພາບ: EPA)

ວັນທີ 6 ມີນາ, ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ປະກາດວ່າ ລັດເຊຍ ພ້ອມແລ້ວທີ່ຈະເຈລະຈາຢ່າງກົງໄປກົງມາ ກ່ຽວກັບການແກ້ໄຂບັນຫາ ຢູແກຼນ, ພ້ອມທັງເນັ້ນໜັກຕ້ອງພິຈາລະນາ, ເຈລະຈາຢ່າງເປີດເຜີຍກ່ຽວກັບທຸກກົກສາຍປາຍເຫດທີ່ພາໄປເຖິງການປະທະກັນ. ທ່ານ ລັດຖະມົນຕີການຕ່າງປະເທດ Sergei Lavrov ຖືວ່າ ສິ່ງສຳຄັນທີ່ສຸດສຳລັບລັດເຊຍແມ່ນຕ້ອງຮັບປະກັນຄວາມໝັ້ນຄົງໃຫ້ແກ່ປະເທດນີ້.

ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍກໍ່ສະແດງຄວາມຊົມເຊີຍຕໍ່ຫຼັກໝັ້ນຂອງອຳນາດການປົກຄອງ ປະທານາທິບໍດີ ອາເມລິກາ ໃນການແກ້ໄຂການປະທະກັນຢູ່ ຢູແກຼນ, ທ່ານເນັນ້ໜັກວ່າ ເລື່ອງອາເມລິກາ ຢຸດຕິການອຸປະຖຳດ້ານການທະຫານໃຫ້ແກ່ຢູແກຼນ ອາດຈະຊ່ວຍຢຸດຕິການປະທະກັນຢູ່ຢູແກຼນ ໂດຍໄວ.

ສຳລັບບັນຫາຈັດສົ່ງກຳລັງປະຕິບັດການຮັກສາສັນຕິພາບຂອງ EU ໄປຍັງຢູແກຼນ, ທ່ານ ລັດຖະມົນຕີການຕ່າງປະເທດລັດເຊຍ ຖືວ່າສິ່ງນີ້ໝາຍຄວາມວ່າ ບັນດາປະເທດ EU, NATO ໄດ້ເຂົ້າຮ່ວມສົງຄາມຕ້ານລັດເຊຍໂດຍກົງຢ່າງເປັນທາງການ.

This site is protected by reCAPTCHA and the Google Privacy Policy and Terms of Service apply.