ຂ່າວເດັ່ນ

ລັດ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ເຊື່ອມ​ຕໍ່​ການ​ທົດ​ລອງ​ນິວ​ເຄຼຍຄື​ນ​ໃໝ່ ຖ້າ​ບັນ​ດາ​ປະ​ເທດ​ອື່ນ ມີ​ການ​ກະ​ທຳ​ທີ່​ຄ້າຍ​ຄື​ກັນ

ລັດ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ເຊື່ອມ​ຕໍ່​ການ​ທົດ​ລອງ​ນິວ​ເຄຼຍຄື​ນ​ໃໝ່ ຖ້າ​ບັນ​ດາ​ປະ​ເທດ​ອື່ນ ມີ​ການ​ກະ​ທຳ​ທີ່​ຄ້າຍ​ຄື​ກັນ

(VOVWORLD) - ທ່ານ Sergey Shoigu ເລຂາສະພາຄວາມໝັ້ນຄົງ ລັດເຊຍ ຖະແຫຼງວ່າ ລັດເຊຍ ຮັກສາບັນດາສະຖານທີ່ທົດລອງນິວເຄຼຍໃນສະພາບການກຽມພ້ອມເຄື່ອນໄຫວ ແລະ ຈະປະຕິບັດບັນດາການທົດລອງຖ້າຫາກ ອາເມລິກາ ຫຼື ບັນດາປະເທດອື່ນດຳເນີນການທົດລອງນິວເຄຼຍຄືນໃໝ່.

ທ່ານເລຂາສະພາຄວາມໝັ້ນຄົງ ລັດເຊຍ Sergey Shoigu (ພາບ: Sputnik/Aleksey Nikolskyi/Kremlin/REUTERS)

ວັນທີ 31 ຕຸລາ, ຢູ່ນະຄອນຫຼວງ ມົດສະກູ, ເມື່ອກ່າວຄຳເຫັນທີ່ງານມະໂຫລານສາກົນ “ບັນດາເຜົ່າ ລັດເຊຍ ແລະ ປະຊາຄົມບັນດາປະເທດເອກະລາດ”, ແນໃສ່ຕອບໂຕ້ຄືນຖະແຫຼງການຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ກ່ຽວກັບການກະກຽມເຊື່ອມຕໍ່ບັນດາການທົດລອງນິວເຄຼຍ ຢູ່ ອາເມລິກາ, ທ່ານເລຂາສະພາຄວາມໝັ້ນຄົງ ລັດເຊຍ Sergey Shoigu ເນັ້ນໜັກວ່າ ໃນຕົວຈິງ, ບັນດາເຫດທົດລອງນິວເຄຼຍ ບໍ່ເຄີຍຢຸດຕິລົງຢ່າງສິ້ນເຊີງບໍ່ວ່າຢູ່ປະເທດໃດ. ຕາມທ່ານ Sergey Shoigu ແລ້ວ, ປັດຈຸບັນ ບັນດາການເຄື່ອນໄຫວນີ້ ໄດ້ດຳເນີນພາຍໃຕ້ຮູບແບບຈຳລອງ ແລະ ຮູບແບບຄະນິດສາດ, ແທນທີ່ຈະທົດລອງແບບຟີຊິກ. ກໍຄືກັນກັບບັນດາປະເທດອື່ນ, ລັດເຊຍ ຍາມໃດກໍຮັກສາບັນດາສະຖານທີ່ທົດລອງນິວເຄຼຍໃນສະພາບການເຕັກນິກເປັນປົກກະຕິ, ເພື່ອສາມາດນຳເຂົ້າໃຊ້ງານຢ່າງວ່ອງໄວໃນກໍລະນີບັງຄັບ.

ມິງເຟືອງ, ນັກຂ່າວ VOV ປະຈຳ ສະຫະພັນ ລັດເຊຍ

This site is protected by reCAPTCHA and the Google Privacy Policy and Terms of Service apply.