ຂ່າວເດັ່ນ

ລັດ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ຕໍ່​ກຳ​ນົດ​ເວ​ລາ New START - ຄຳ​ໝັ້ນ​ສັນ​ຍາປະ​ຕິ​ບັດຕາມ​ຄຳ​ສັ່ງ​ເກືອດ​ຫ້າມ​ທົ່ວ​ໂລກ​ກ່ຽວ​ກັບ​ນິວ​ເຄຼຍ

ລັດ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ຕໍ່​ກຳ​ນົດ​ເວ​ລາ New START - ຄຳ​ໝັ້ນ​ສັນ​ຍາປະ​ຕິ​ບັດຕາມ​ຄຳ​ສັ່ງ​ເກືອດ​ຫ້າມ​ທົ່ວ​ໂລກ​ກ່ຽວ​ກັບ​ນິວ​ເຄຼຍ

(VOVWORLD) - ວັນທີ 11 ພະຈິກ, ທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ຖະແຫຼງວ່າ ລັດເຊຍ ພ້ອມແລ້ວທີ່ຈະຕໍ່ກຳນົດເວລາສົນທິສັນຍາຫຼຸດຜ່ອນອາວຸດຍຸດທະສາດໃໝ່ (New START) ຕື່ມອີກ 1 ປີ ກ່ອນທີ່ເອກະສານສະບັບນີ້ຈະໝົດຜົນສັກສິດໃນວັນທີ 5 ກຸມພາ 2026, ພ້ອມທັງຢັ້ງຢືນວ່າ ລັດເຊຍ ບໍ່ມີແຜນການດຳເນີນການທົດລອງນິວເຄຼຍ ເວັ້ນເສຍແຕ່ເມື່ອປະເທດອື່ນທີ່ຖືກຳມະສິດອາວຸດນິວເຄຼຍ ເຮັດສິ່ງດັ່ງກ່າວກ່ອນ.

ຕາມສຳນັກຂ່າວສານ TASS ໄດ້ກ່າວປາໄສຕໍ່ເຈົ້າໜ້າທີ່ ລັດເຊຍ, ທ່ານ Sergey Lavrov ໃຫ້ຮູ້ວ່າ  ເລື່ອງຕໍ່ກຳນົດເວລາ New START “ອາດຈະໄດ້ປະກາດບໍ່ວ່າໃນຈຸດເວລາໃດກ່ອນວັນທີ 5 ກຸມພາ 2026”. ທ່ານເນັ້ນໜັກວ່າ ນີ້ແມ່ນການກະທຳດ້ວຍເຈດຕະນາລຳພັງໃຈຝ່າຍດຽວຂອງ ລັດເຊຍ ເຊິ່ງບໍ່ຈຳເປັນດຳເນີນບັນດາເວລະປຶກສາຫາລືທີ່ສັບສົນກັບ ອາເມລິກາ, ພ້ອມທັງຖືວ່າ ວໍຊິງຕັນ ພຽງແຕ່ຖະແຫຼງຈະຮັກສາບັນດາຂໍ້ຈຳກັດຂອງສົນທິສັນຍາພາຍໃນ 1 ປີ ເພື່ອສະແດງການສະໜັບສະໜູນ.

ຕາມທ່ານ Lavrov ແລ້ວ, ສອງຝ່າຍລ້ວນແຕ່ເຂົ້າໃຈແຈ້ງກ່ຽວກັບກຳລັງຄວາມສາມາດຍຸດທະສາດຂອງກັນ, ແລະ ຕ້ອງຍາດເວລາ “ໃຈເຢັນຕີລາຄາຄືນສະພາບການທັງໝົດ, ແຍກບັນຫາ ຢູແກຼນ ອອກ ແລະ ພ້ອມກັນຮັບຜິດຊອບກ່ຽວກັບຄວາມໝັ້ນຄົງທົ່ວໂລກ, ພິເສດແມ່ນໃນການສະກັດກັ້ນສົງຄາມນິວເຄຼຍ”.


 

This site is protected by reCAPTCHA and the Google Privacy Policy and Terms of Service apply.