ຂ່າວເດັ່ນ

ລັດ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ຍົກ​ລະ​ດັບ​ກຸ່ມ​ເຈ​ລະ​ຈາ​ ກັບ​ຢູ​ແກຼນ

ລັດ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ຍົກ​ລະ​ດັບ​ກຸ່ມ​ເຈ​ລະ​ຈາ​ ກັບ​ຢູ​ແກຼນ

(VOVWORLD) - ທ່ານປະທານາທິບໍດີ ລັດເຊຍ ບໍ່ເຜີຍຊື່ລະອຽດຂອງບັນດາບຸກຄົນທີ່ອາດສາມາດເປັນຜູ້ຕາງໜ້າ ເຂົ້າຮ່ວມການເຈລະຈາ, ແຕ່ກໍ່ໃຫ້ຮູ້ວ່າ ນັ້ນອາດສາມາດແມ່ນ ຂັ້ນການເມືອງລະດັບສູງຢ່າງແທ້ຈິງ, ພ້ອມທັງເນັ້ນໜັກວ່າ ໝາກຜົນເຈິ່ງແມ່ນສິ່ງສຳຄັນ.

ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ (ພາບ: REUTERS/Maxim Shemetov/Pool)

ກ່າວຄຳເຫັນຕໍ່ບັນດານັກຂ່າວພາຍຫຼັງການຢ້ຽມຢາມຈີນ ໃນວັນທີ 3 ກັນຍາ, ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ໄດ້ຢັ້ງຢືນວ່າ ລັດເຊຍ ພ້ອມແລ້ວທີ່ຈະຍົກລະດັບຄະນະປະຕິບັດງານ ຢູ່ບັນດາການເຈລະຈາກັບ ຢູແກຼນ. ທ່ານປະທານາທິບໍດີ ລັດເຊຍ ບໍ່ເຜີຍຊື່ລະອຽດຂອງບັນດາບຸກຄົນທີ່ອາດສາມາດເປັນຜູ້ຕາງໜ້າ ເຂົ້າຮ່ວມການເຈລະຈາ, ແຕ່ກໍ່ໃຫ້ຮູ້ວ່າ ນັ້ນອາດສາມາດແມ່ນ ຂັ້ນການເມືອງລະດັບສູງຢ່າງແທ້ຈິງ, ພ້ອມທັງເນັ້ນໜັກວ່າ ໝາກຜົນເຈິ່ງແມ່ນສິ່ງສຳຄັນ. ທ່ານປະທານາທິບໍດີ Vladimir Putin ກໍ່ຍົກອອກການຕີລາຄາຢ່າງປະເອີບໃຈ ແລະ ລະມັດລະວັງເມື່ອຖືວ່າ ມີຄວາມຫວັງສຸດທ້າຍກ່ຽວກັບການປະທະກັນໃນປັດຈຸບັນ ຢູ່ຢູແກຼນ, ແຕ່ຕີລາຄາວ່າຕ້ອງລໍຖ້າບັນດາການຜັນແປຕໍ່ໄປ. ການນຳລັດເຊຍ ກໍ່ຖືວ່າ ຖ້າບໍ່ບັນລຸໄດ້ຂໍ້ຕົກລົງ, ມົດສະກູຈະແກ້ໄຂໂດຍມາດຕະການທາງການທະຫານ.

This site is protected by reCAPTCHA and the Google Privacy Policy and Terms of Service apply.