ຂ່າວເດັ່ນ

ລັດ​ເຊຍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ​ສະ​ແດງ​ຄວາມພ້ອມ​ທີ່​ຈະ​ເຈ​ລະ​ຈາ​ສັນ​ຕິ​ພາບ

ລັດ​ເຊຍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ​ສະ​ແດງ​ຄວາມພ້ອມ​ທີ່​ຈະ​ເຈ​ລະ​ຈາ​ສັນ​ຕິ​ພາບ

(VOVWORLD) - ລັດເຊຍໄດ້ສະແດງທັດສະນະຢ່າງເປັນທາງການວ່າ ນະຄອນຫຼວງ Minsk ຂອງ ເບລາຣຸດ ແມ່ນສະຖານທີ່ເໝາະສົມທີ່ສຸດເພື່ອຈັດການເຈລະຈາ ສາມຝ່າຍ ລະຫວ່າງລັດເຊຍ, ອາເມລິກາ ແລະ ຢູແກຼນ ຕາມຂໍ້ສະເໜີຂອງທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko.

ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ: TTXVN)

ວັນທີ 5 ມີນາ, ທ່ານ Dmitry Peskov ໂຄສົກວັງ Kremlin ສະແດງຄວາມຊົມເຊີຍຕໍ່ເລື່ອງທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ສະແດງຄວາມພ້ອມທີ່ຈະເຈລະຈາສັນຕິພາບ, ແຕ່ເນັ້ນໜັກວ່າ ຄຳສັ່ງຫ້າມໂອ້ລົມເຈລະຈາກັບ ລັດເຊຍຍັງມີຜົນສັກສິດຢູ່ ຢູແກຼນ. ທ່ານ Dmitry Peskov ກໍ່ເຕື້ອງເຖິງຄຳສັ່ງຫ້າມດ້ານນິຕິກຳທີ່ພວມມີຜົນສັກສິດຢູ່ຢູແກຼນ ຕ່ໍກັບການເຈລະຈາກັບ ລັດເຊຍ. ລັດເຊຍໄດ້ຢັ້ງຢືນເປັນຫຼາຍຄັ້ງວ່າ ພ້ອມແລ້ວທີ່ຈະເຈລະຈາ, ແຕ່ຢູແກຼນ ໄດ້ປະກາດຄຳສັ່ງຫ້າມໂອ້ລົມເຈລະຈາກັບລັດເຊຍ ຢູ່ລະດັບກົດໝາຍ. ເດືອນຕຸລາ 2022, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ລົງນາມຄຳສັ່ງຫ້າມທຸກການເຈລະຈາກັບລັດເຊຍຢ່າງເປັນທາງການ. ລັດເຊຍໄດ້ສະແດງທັດສະນະຢ່າງເປັນທາງການວ່າ ນະຄອນຫຼວງ Minsk ຂອງ ເບລາຣຸດ ແມ່ນສະຖານທີ່ເໝາະສົມທີ່ສຸດເພື່ອຈັດການເຈລະຈາ ສາມຝ່າຍ ລະຫວ່າງລັດເຊຍ, ອາເມລິກາ ແລະ ຢູແກຼນ ຕາມຂໍ້ສະເໜີຂອງທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko.

This site is protected by reCAPTCHA and the Google Privacy Policy and Terms of Service apply.